ວັດແຈ໊ນກ່ຽວ - ວັດທີ່ເປັນເອກະລັກໃນແຂວງ ຊັອກຈັງ

Vinh Phong
Chia sẻ
(VOVWORLD) -ໂດຍໄດ້ຮັບການປຸກສ້າງນັບແຕ່ປີ 1815, ວັດແຈ໊ນກ່ຽວ ຖືກຕັ້ງຢູ່ຕາແສງ ດ້າຍເຕິມ ເມືອງ ໝີຊວຽນ ແມ່ນໜຶ່ງໃນບັນດາວັດທີ່ລືຊື່ ແລະ ສວຍງາມຂອງຊາວເຜົ່າຂະແມໃນແຂວງ ຊັອກຈັງ. ຈຸດທີ່ພົ້ນເດັ່ນ ແລະ ເປັນເອກະລັກສະເພາະຂອງ ວັດແຈ໊ນກ່ຽວ ແມ່ນຖືກກໍ່ສ້າງ ແລະ ປະດັບປະດາດ້ວຍຊາກຈອກ, ຖ້ວຍ, ຈານແຕກ. ນາຍຊ່າງກໍ່ສ້າງວັດມີຄວາມຄ່ອງແຄ້ວໄດ້ນຳໃຊ້ບັນດາວັດສະດຸ     ເຫຼົ່ານັ້ນ ເພື່ອປະດັບປະດາຢູ່ຕາມຝາ, ເສົາ ອັນໄດ້ສ້າງເປັນກິດຈະກຳ ສິລະປະກຳສະເພາະ
ວັດແຈ໊ນກ່ຽວ - ວັດທີ່ເປັນເອກະລັກໃນແຂວງ ຊັອກຈັງ - ảnh 1ປະຕູໂຂງຂອງວັດແຈ໊ນກ່ຽວ

     ຄວາມປະທັບໃຈທຳອິດເມື່ອເຂົ້າໄປວັດ ແມ່ນປະຕູໂຂງປະກອບດ້ວຍປະຕູໃຫຍ່ ແລະ ສອງປະຕູນ້ອຍຢູ່ສອງເບື້ອງ ພ້ອມດ້ວຍສາມທາດຖືກແກະຄວັດສະຫຼັກລວດລາຍ ແລະ ມີສີສັນຫຼາກຫຼາຍຕາມປະເພນີຂອງວັດ ອັງກໍ. ໃນສາມທາດພົ້ນເດັ່ນຂຶ້ນແມ່ນທາດຢູ່ເຄິ່ງກາງ ມີຮູບປັ້ນພະພຸດທະເຈົ້າພວມນັ່ງຢ່າງສະຫງ່າຜ່າເຜີຍ. ຢູ່ອ້ອມວັດແມ່ນຝາຖືກປະດັບປະດາດ້ວຍຮູບແກະຄວັດສະຫຼັກເທວະດາ ອັບສະລາ ພວມຟ້ອນ ເຊິ່ງເປັນສັນຍາລັກໃຫ້ແກ່ສັນຕິພາບ ແລະ ວັດທະນະຖາວອນ. ຢູ່ລຽບຕາມທາງເຂົ້າວັດແມ່ນຮູບປັ້ນເທວະດາ ໄກໂນ ສອງແຖວ. ນີ້ແມ່ນບັນດາຮູບປັ້ນທີ່ມີໃບໜ້າເທວະດາ ອັບສະລາ ເປັນສັນຍາລັກໃຫ້ແກ່ຄວາມງາມ ແລະ ຮູບຮ່າງຂອງນົກວິເສດ ກາລູດາ ເຊິ່ງເປັນສັນຍາລັກໃຫ້ແກ່ກຳລັງແຮງ. ຢູ່ໃນບໍລິເວນ ວັດແຈ໊ນກ່ຽວ ກໍ່ມີຕົ້ນໄມ້ຂຽວຫຼາຍຕົ້ນ ທີ່ເຮັດໃຫ້ແຂກທ່ອງທ່ຽວຮູ້ສຶກສະຫວາດສະເຫວີຍ. ນາງ ຫງວຽນທິຍຸງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ຖືວ່າ:

        “ຢູ່ວັດນີ້ມີຄວາມສະຫງົບງຽບເຢັນສະບາຍ ແລະ ກວ້າງຂວາງ. ວັດງາມທີ່ສຸດມີລັກສະນະເກົ່າແກ່ ເຮັດດ້ວຍຊາກຖ້ວຍ ຈອກແຕກ. ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ ແມ່ນການອອກແບບເຄື່ອງປັ້ນດິນເຜົາເຄືອບ, ຖ້ວຍ ຈອກ ເພື່ອກໍ່ສ້າງບັນດາຝາເຮືອນ, ຂັ້ນໄດ, ລວດລາຍຢ່າງສວຍງາມ ແລະ ມີຊີວິດຊີວາ. ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ວັດນີ້ ຖ້າມີໂອກາດຂ້າພະເຈົ້າຈະມາຢ້ຽມຊົມທັດສະນະສຶກສາອີກຫຼາຍຄັ້ງ”.

     ສະຖາປັດຕະຍະກຳທີ່ພົ້ນເດັ່ນ ແລະ ສ້າງຄວາມປະທັບໃຈທີ່ສຸດຢູ່ຫໍບູຊາໃຫຍ່ ແມ່ນບັນດາເສົາຖືກປະດັບປະດາດ້ວຍຮູບພາບເທວະດາມີປີກ ໄກໂນ. ຢູ່ອ້ອມເສົາ ກໍ່ລ້ວນແຕ່ຖືກແກະຄວັດສະຫຼັກບັນດາຮູບພາບທາງດ້ານວັດທະນະທຳເຜົ່າ ຂະແມ. ຢູ່ຕາມຝາ ກໍ່ມີບັນດາຮູບແຕ້ມ ເລົ່າເຖິງເລື່ອງພະພຸດທະເຈົ້າ ນັບແຕ່ວັນວິສາຄະບູຊາ ຕະຫຼອດຮອດເວລາຕັດສະຮຸ. ຢູ່ກາງເດີນ ວັດແຈ໊ນກ່ຽວ ແມ່ນເສົາທຸງດ້ວຍຮູບງູວິເສດ ນາກາ ມີຫ້າຫົວ. ຢູ່ທາງຫຼັງວັດແມ່ນເຂດສວນພະພຸດທະເຈົ້າພວມສອນສາສະໜາ ແລະ ປະລິນິພານ. ພະອາຈານ ກີມຮວ່າງຮຶງ ເຈົ້າອະທິການວັດແຈ໊ນກ່ຽວ ໃຫ້ຮູ້ວ່າ:

       “ສາສະໜາພຸດນິກາຍຫິນະຍານຂະແມ ພຽງແຕ່ບູຊາ ພະພຸດທະເຈົ້າ. ຍ້ອນວ່າເມື່ອກ່ອນນີ້ ຄ່າໃຊ້ຈ່າຍກໍ່ສ້າງບໍ່ພຽງພໍ ດັ່ງນັ້ນວັດໄດ້ນຳສະເໜີນຳໃຊ້ຊາກຖ້ວຍ ຈອກແຕກ ເພື່ອເຮັດເປັນວັດສະດຸເພື່ອກໍ່ສ້າງວັດ. ວັດໄດ້ຮຽກຮ້ອງໃຫ້ພຸດທະສານະນິກກະຊົນ ແລະ ຊາວທ້ອງຖິ່ນ ຖ້າຫາກມີຖ້ວຍ, ຈອກ ແຕກແມ່ນປະກອບສ່ວນເພື່ອກໍ່ສ້າງວັດ”.

     ສິ່ງທີ່ດູດດື່ມສຳລັບແຂກທ່ອງທ່ຽວ ເມື່ອມາຢ້ຽມຊົມ ວັດແຈ໊ນກ່ຽວ ແມ່ນຢູ່ແຫ່ງນີ້ ໃນປັດຈຸບັນຍັງເກັບຮັກສາຊັບສົມບັດສ່ວນໜຶ່ງຂອງເຈົ້າຊາຍ ບາກລຽວ ເກີດປີ 1900 ແລະ ເຖິງແກ່ມໍລະນະພາບເມື່ອປີ 1973 ເຊິ່ງແມ່ນບຸກຄົນທີ່ຮັ່ງມີທີ່ສຸດຢູ່ພາກໃຕ້ ໃນໄລຍະຕົ້ນສະຕະວັດທີ XX. ຊັບສົມບັດຂອງເຈົ້າຊາຍກໍ່ແມ່ນຊຸດໂຕະ ຕັ່ງ ຕຽງນອນ ຕູ້… ລຸງ ໂງຫິວເລີ້ຍ ແຂກທ່ອງທ່ຽວມາຈາກແຂວງ ບິ່ງເຢືອງ ໃຫ້ຮູ້ວ່າ:

      “ວັດໄດ້ວາງສະແດງເຄື່ອງຂອງທີ່ລະນຶກຂອງເຈົ້າຊາຍ ບາກລຽວ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາຢຽມຊົມ. ມີຕຽງນອນຢາມລະດູຮ້ອນ ແລະ ຕຽງນອນຍາມລະດູໜາວຂອງເຈົ້າຊາຍ ບາກລຽວ, ທຸກໆເມື່ອຢ້ຽມຊົມກໍ່ລ້ວນແຕ່ມີຄວາມປະທັບໃຈ. ນີ້ແມ່ນເທື່ອທີ່ສາມທີ່ຂ້າພະເຈົ້າໄດ້ໄປ ວັດແຈ໊ນກ່ຽວ”.

     ສຳລັບ ວັດແຈ໊ນກ່ຽວ ແລ້ວ ນອກຈາກມາຢ້ຽມຊົມສະຖາປັດຕະຍະກຳທີ່ເປັນເອກະລັກແລ້ວ ແຂກທ່ອງທ່ຽວຍັງມີໂອກາດໄດ້ຊອກຮູ້ວັດທະນະທຳທີ່ເປັນເອກະລັກເຜົ່າ ຂະແມ, ຢ້ຽມຊົມສວນດອກໄມ້ ໄດ້ຊີມບັນດາເຍື່ອງອາຫານພິເສດໃນແຂວງ ຊັອກຈັງ. ໂດຍແມ່ນໜຶ່ງໃນບັນດາສັນຍາລັກໃນແຂວງ ຊັອກຈັງ, ວັດແຈ໊ນກ່ຽວ ແມ່ນສະຖານທີ່ທ່ອງທ່ຽວພິເສດ ແລະ ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ. 

ຕອບກັບ