ວັດຂະແມຢູ່ແຂວງຊັອກຈັງ

Ngoc Anh
Chia sẻ
(VOVWORLD) -        ແຂວງຊັອກຈັງມີຫຼາຍກວ່າ 200 ວັດຂອງສາມເຜົ່າຄືເຜົ່າກິງ, ເຜົ່າຮວາ, ຂະແມໃນນັ້ນມີເຖິງ 92 ວັດສາສະໜາພຸດນິກາຍຮິຣະຍານຂະແມ. ວັດຂະແມຢູ່ແຂວງຊັອກຈັງເຂັ້ມຂົ້ນໄປດ້ວຍວັດທະນະທຳບັນດາເຜົ່າແລະມີຈຸດພິເສດສະເພາະ. ໃນນັ້ນພົ້ນເດັ່ນຂຶ້ນແມ່ນວັດເຢີຍ, ວັດຄະແລງ, ວັດຊອມໂຣງ, ວັດຕາມອນ…
ວັດຂະແມຢູ່ແຂວງຊັອກຈັງ - ảnh 1ຮູບປັ້ນພະພຸດນອນຢູ່ວັດຊອມໂຣງ

     ນະຄອນຊັອກຈັງ ແຂວງຊັອກຈັງມີສອງວັດ ໄດ້ຮັບການຮັບຮອງແມ່ນບູຊະນີຍະສະຖານສິລະປະລະດັບຊາດນັ້ນແມ່ນ ວັດເຢີຍແລະວັດຄະແລງ. ວັດເຢີຍແປວ່າແມ່ນວັດໂຕເຈຍຍ້ອນວ່າໃນວັດນີ້ກໍ່ແມ່ນບ່ອນທີ່ມີເຈຍນັບພັນໂຕມາເຮັດຮັງຢູ່ທີ່ນີ້. ໃນຂະນະນັ້ນວັດຄະແລງເຖິງວ່າເຂັ້ມຂົ້ນໄປດ້ວຍສີສັນເຜົ່າຂະແມກໍ່ຕາມແຕ່ຍັງປະສົມປະສານຄຸນລັກສະນະຫວຽດແລະຈີນໃນການປະດັບປະດາ. ໃນຫໍບູຊາໃຫຍ່ກໍ່ມີຮູບພາບບາງຮູບທີ່ມີລວດລາຍປະດັບປະດາຢ່າງສວຍງາມຂອງຊາວເຜົ່າກິງແລະຊາວເຜົ່າຮວາຢູ່ຕາມເສົາວັດມີຮູບປາໃນ, ມັງກອນ ແລະ ຕົວໜັງສືຫວຽດເດີມຖືກແຕ້ມຢູ່ຕາມເສົາ ສະແດງໃຫ້ເຫັນການປະສົມປະສານທາງດ້ານວັດທະນະທຳລະຫວ່າງເຜົ່າກິງເຜົ່າຮວາແລະຂະແມ. ນາງແທັກທິລວານຜູ້ນຳທ່ຽວຊົມຢູ່ຫໍວາງສະແດງຫົວເລື່ອງວັດທະນະທຳເຜົ່າຂະແມແຂວງຊັອກຈັງໃຫ້ຮູ້ວ່າ:

     “ວັດຄະແລງແມ່ນຕົວແບບໃນສະຖາປັດຕະຍະກຳການກໍ່ສ້າງ.ວັດຖືກແກະຄວັດສະຫຼັກຢ່າງລະອຽດອ່ອນມີຄວາມກົມກຽວແລະກຳເກິ່ງ. ໃນວັດມີເຮືອນຮ້ານສອງຫຼັງຫຼັງໜຶ່ງພວມບູລະນະປະຕິສັງຂອນສ່ວນເຮືອນຮ້ານອີກຫຼັງໜຶ່ງຍັງຖືກຮັກສາໄວ້ເໝືອນເດີມ.ພິເສດຫໍບູຊາໃຫຍ່ໃນວັດຄະແລງກໍ່ມີການອອກແບບຢ່າງ   ສວຍງາມ ມີການແກະຄັວດສະຫຼັກຢ່າງລະອຽດອ່ອນດ້ວຍຮູບໂຕນົກວິເສດ ກຣຸດ, ຮູບປັ້ນເທວະດາກະນໍ…”. 

     ນະຄອນຊັອກຈັງ ຍັງມີອີກວັດໜຶ່ງທີ່ສວຍງາມແລະໃຫຍ່ໂຕປຽບເໝືອນຫໍຜາສາດ ນັ້ນແມ່ນວັດຊອມໂຣງ. ວັດນີ້ຍັງເກັບຮັກສາຫີນສອງໂງ່ນທີ່ສາມາດຟູຂຶ້ນບົນໜ້ານ້ຳຖືກວາງຢູ່ໃຕ້ຮ້ານບູຊາພະພຸດທະເຈົ້າ. ຫີນສອງໂງ່ນນີ້ ຖືກພະອາຈານໃຫຍ່ ຫຼີດຶກ ເຈົ້າອະທິການວັດ ຊອມໂຣງ ນຳມາຈາກກຳປູເຈຍ ເມື່ອປີ 2018. ພົ້ນເດັ່ນຂຶ້ນໃນບໍລະເວນວັດແມ່ນຮູບປັ້ນພະພຸດທະເຈົ້າຢູ່ກາງແຈ້ງດ້ວຍຂະໜາດໃຫຍ່ມີນ້ຳໜັກ 450 ໂຕນ ຍາວ 63 ແມັດ ສູງ 22,5 ແມັດ. ລຸງເຈິ່ນວັນອານ ແຂກທ່ອງທ່ຽວມາຈາກແຂວງແທັງຮ໊ວາ ເປີດເຜີຍວ່າ:

      “ບໍ່ມີຍາມໃດທີ່ຂ້າພະເຈົ້າໄດ້ເຫັນຮູບປັ້ນພະພຸດທະເຈົ້າທີ່ຍັກໃຫຍ່ເຊັ່ນນັ້ນ ຂ້າພະເຈົ້າໄດ້ເຄີຍໄປວັດ ອັງກໍຢູ່ ກຳປູເຈຍແລ້ວແຕ່ເມື່ອເຂົ້າມານີ້ ກໍ່ມີຈຸດເປັນເອກະລັກສະເພາະ. ຂ້າພະເຈົ້າເຫັນວ່າວັດຊອມໂຣງແມ່ນວັດທີ່ເກົ່າແກ່ໃຫຍ່ໂຕ”.

      ໃນຂະນະນັ້ນ ວັດຕາມອນຢູ່ບ້ານ ດ່າວວຽນຕາແສງວຽນບິ່ງເມືອງເຈິ່ນເດກໍ່ແມ່ນໜຶ່ງໃນບັນດາວັດທີ່ງົດງາມທີ່ສຸດໃນແຂວງຊັອກຈັງ. ຫຼຽວເບິ່ງຈາກບ່ອນສູງ, ວັດນີ້ປຽບເໝືອນຖືກປົກຄຸມໄດ້ດ້ວຍສີເຫຼືອງອາຮາມມີລວດລາຍງາມຕາເຊິ່ງເປັນສັນຍາລັກໃຫ້ແກ່ສະຖາປັດຕະຍະກຳເຜົ່າຂະແມ.”

    ສຳລັບຜູ້ມັກຄົ້ນຫານນັ້ນ ວັດແຈ໊ນກ່ຽວ ຖືກຕັ້ງຢູ່ຕາແສງດ້າຍເຕິມເມືອງໝີຊວຽນ ກໍ່ແມ່ນສະຖານທີ່ທີ່ເປັນໜ້າຈັບໃຈສຳລັບຜູ້ມັກຖ່າຍຮູບຢູ່ທີ່ນີ້. ວັດນີ້ຖືກປະດັບປະດາດ້ວຍຊາກຈອກຖ້ວຍຈານແຕກ. ລຸງ ໂງຫິວເລີ້ຍ ແຂກທ່ອງທ່ຽວມາຈາກແຂວງບິ່ງເຢືອງໃຫ້ຮູ້ວ່າ:

       “ນີ້ແມ່ນຄັ້ງທີ່ສາມທີ່ຂ້າພະເຈົ້າໄດ້ມາວັດແຈ໊ນກ່ຽວແຕ່ລະເທື່ອຂ້າພະເຈົ້າມານີ້ ກໍ່ຮູ້ສຶກມີຄວາມແຕກຕ່າງ. ແຂວງຊັອກຈັງກໍ່ມີຫຼາຍວັດຂະແມ. ທຸກໆວັດຢູ່ທີ່ນີ້ກໍ່ມີຈຸດພິເສດສະເພາະຂອງເຜົ່າຂະແມຈາກປະຕິມາກຳ, ສະຖາປັດຕະຍະກຳຕະຫຼອດຮອດການທາສີ.  ບໍ່ສະເພາະວັດແຈ໊ນກ່ຽວ, ວັດເຢີຍ, ວັດຄະແລງ, ວັດຊອມໂຣງກໍ່ມີຄວາມເປັນເອກະລັກສະເພາະກໍ່ລ້ວນແຕ່ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ”.

      ແຂວງຊັອກຈັງແມ່ນທ້ອງຖິ່ນທີ່ມີຈຳນວນວັດຂະແມຫຼາຍທີສອງຢູ່ຫວຽດນາມຄືມີ 92 ວັດທັດຈາກແຂວງຈ໋າວິງແມ່ນ 143 ວັດ.ບັນດາວັດສາສະໜາພຸດນິກາຍຮິຣະຍານຂະແມຊັອກຈັງເວົ້າສະເພາະແລະພາກໃຕ້ເວົ້າລວມບໍ່ພຽງແຕ່ແມ່ນບ່ອນດຳເນີນຊີວິດສາສະໜາຂອງພໍ່ແມ່ນພີ່ນ້ອງເຜົ່າ ຂະແມເທົ່ານັ້ນຫາກຍັງແມ່ນບັນດາກິດຈະກຳບັນດາສະຖາປັດຕະຍະກຳທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາວເຜົ່າຂະແມອີກດ້ວຍ.

ຕອບກັບ