ມາຢາມຫໍພິພິທະພັນສື່ມວນຊົນ ຫວຽດນາມ

Vinh Phong
Chia sẻ
(VOVWORLD) -     ກ່ອນນີ້ 4 ປີ ຄືວັນທີ 19 ມິຖຸນາ ປີ 2020 ຫໍພິພິທະພັນສື່ມວນຊົນ ຫວຽດນາມ ຖືກຕັ້ງໃນສຳນັກງານຂອງສະມາຄົມນັກຂ່າວ ຫວຽດນາມ ທີ່ຖະໜົນ ເຢືອງດິ່ງເງະ ຮ່າໂນ້ຍ, ໄດ້ເປີດປະຕູຕ້ອນຮັບແຂກມາຊົມຢ່າງເປັນທາງການ. ດ້ວຍວັດຖຸພັນ 20.000 ກວ່າຢ່າງຖືກນຳມາວາງສະແດງຢ່າງມີຊີວິດຊີວາ ໃນເນື້ອທີ 1.500 ຕາແມັດ ໃນຫໍພິພິທະພັນ ປຽບເໝືອນບັນດາຮູບເງົາຖືກຖ່າຍທຳໄລຍະກ່ອນນີ້ ກ່ຽວກັບແຕ່ລະໄລຍະພັດທະນາຂອງສື່ມວນຊົນ ຫວຽດນາມ 
ມາຢາມຫໍພິພິທະພັນສື່ມວນຊົນ ຫວຽດນາມ - ảnh 1ເຂດວາງສະແດງຢູ່ຫໍພິພິທະພັນສື່ມວນຊົນ ຫວຽດນາມ

     ລະບົບວາງສະແດງຂອງຫໍພິພິທະພັນ ຖືກຈັດແຈງຢູ່ຊັ້ນໜຶ່ງ ແລະ ຊັ້ນສອງຂອງຕຶກອາຄານ. ຊັ້ນໜຶ່ງປະກອບດ້ວຍຫ້ອງໂຖງ ພ້ອມດ້ວຍສີ່ເຂດວາງສະແດງສື່ມວນຊົນຖືກຈັດແບ່ງຕາມບັນດາໄລຍະປະຫວັດສາດຄື : 1865 - 1925; 1925 - 1945; 1945 - 1954 ແລະ 1954 – 1975. ສ່ວນຊັ້ນສອງແມ່ນເຂດວາງສະແດງດ້ວຍຫົວເລື່ອງການປ່ຽນແປງໃໝ່ພັດທະນາ ແລະ ເຊື່ອມໂຍງສາກົນຂອງສື່ມວນຊົນປະຕິວັດຫວຽດນາມ ດ້ວຍບັນດາຫົວຂໍ້ສື່ມວນຊົນກັບອະທິປະໄຕເຂດທະເລໝູ່ເກາະ; ການໜູນຊ່ວຍສັງຄົມ ແລະ ພັດທະນາ, ສື່ມວນຊົນໃນໄລຍະປ່ຽນແປງໃໝ່… ຈຸດທີ່ພົ້ນເດັ່ນຢູ່ເຂດນີ້ແມ່ນຫົວເລື່ອງຂອງສື່ມວນຊົນທ້ອງຖິ່ນ. ນ້ອງ ຫງວຽນແອັງທື ນັກສຶກສາສັງກັດສະຖາບັນສື່ມວນຊົນ ແລະ ໂຄສະນາ ແບ່ງປັນວ່າ:

        “ສື່ມວນຊົນປະຕິວັດ ຫວຽດນາມ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ຜ່ານນີ້ນ້ອງຮູ້ສຶກວ່າ ມີຄວາມເອກອ້າງທະນົງໃຈ ແລະ ນ້ອງກໍ່ຢາກສືບຕໍ່ປະກອບສ່ວນພັດທະນາສື່ມວນຊົນ ຫວຽດນາມ ຄືດັ່ງຄົນລຸ້ນກ່ອນ”.

     ເພື່ອວາດພາບເຖິງຮູບພາບປະຫວັດສາດສື່ມວນຊົນ ຫວຽດນາມ, ບັນດາເຂດວາງສະແດງຂອງຫໍພິພິທະພັນໄດ້ແນະນຳບັນດາເອກະສານວັດຖຸພັນທີ່ເປັນເອກະລັກ ເຊິ່ງເປັນຂີດໝາຍບັນດາເຫດການທີ່ສຳຄັນຂອງປະຫວັດສາດສື່ມວນຊົນ ຫວຽດນາມ. ນັກຂ່າວ ເຈິ່ນທິກີມຮວາ ຜູ້ອຳນວຍການຫໍພິພິທະພັນ ໃຫ້ຮູ້ວ່າ:

       “ຫໍພິພິທະພັນມີວັດຖຸພັນເອກະສານຫຼາຍກວ່າ 20.000 ຢ່າງ ສ່ວນຫຼາຍແມ່ນວັດຖຸພັນເອກະສານຕົ້ນສະບັບ, ສ່ວນວັດຖຸພັນປັບປຸງໃໝ່ກໍ່ມີໜ້ອຍທີ່ສຸດ”.

      ໜຶ່ງໃນບັນດາວັດຖຸພັນທີ່ພົ້ນເດັ່ນແມ່ນ ລຳໂພງມີຄວາມແຮງ 500 ກິໂລວັດ ເມື່ອກ່ອນນີ້ຖືກຕັ້ງຢູ່ທາງທິດເໜືອຂອງແມ່ນ້ຳ ເບ໊ນຫ໋າຍ ໃນແຂວງ ກວ໋າງຈິ ເພື່ອອອກອາກາດລາຍການກະຈາຍຂອງ  VOV ເພື່ອຊ່ວຍເຊື່ອມຕໍ່ຂໍ້ມູນຂ່າວສານ ແລະ ເຊື່ອມຕໍ່ນ້ຳໃຈສາມັກຄີລະຫວ່າງປະຊາຊົນພາກເໜືອໃຕ້ ໃນການຕໍ່ຕ້ານ ຕ້ານອາເມລິກາ ກູ້ຊາດ. ນອກຈາກນັ້ນ ກໍ່ຍັງມີຮູບຈຳລອງຂຸມເຮັດໜັງສືພິມ ເຍິນເຢິນ ຫ້ອງມືດເພື່ອລ້າງຟີມຮູບຖ່າຍຂອງສຳນັກຂ່າວສານ ຫຼື ເຄື່ອງຖ່າຍທຳວີດີໂອແບບເກົ່າ…

      “ພະນັກງານຫໍພິພິທະພັນ ໄດ້ມີຄຸນງາມຄວາມດີຊອກຫາວັດຖຸພັນ ເອກະສານຕົ້ນສະບັບ. ທັງໝົດເຫຼົ່ານັ້ນໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຜູ້ຊົມ ພິເສດແມ່ນສຳລັບຜູ້ເຮັດວຽກງານໜັງສືພິມ ກໍ່ເປັນອະນຸສອນຍາກທີ່ລືມໄດ້ໃນໄລຍະເຮັດວຽກງານໜັງສືພິມ”.

      ໂດຍສັງເຂບແລ້ວ ແຕ່ລະເຂດວາງສະແດງໃນຫໍພິພິທະພັນ ກໍ່ໄດ້ວາດພາບເຖິງປະຫວັດຄວາມເປັນມາອຂອງອາຊີບເຮັດໜັງສືພິມ ຜ່ານບັນດາໄລຍະຂະຫຍາຍຕົວຂອງສື່ມວນຊົນ ຫວຽດນາມ ດ້ວຍວັດຖຸພັນເອກະສານນັບ 1.000 ຢ່າງ. ນັກຂ່າວ ໂຮ່ກວາງເລີ້ຍ ອະດີດຮອງປະທານສະມາຄົມນັກຂ່າວ ຫວຽດນາມ ແບ່ງປັນວ່າ:

        “ມາຊົມຫໍພິພິທະພັນສື່ມວນຊົນ ຫວຽດນາມ, ພວກເຮົາບໍ່ພຽງແຕ່ເຫັນໄດ້ເຖິງປະຫວັດຄວາມເປັນມາຂອງສື່ວນຊົນ ຫວຽດນາມເທົ່ານັ້ນ ພວກເຮົາຍັງເຫັນປະຫວັດສາດຂອງປະເທດຊາດ ຫວຽດນາມ ອີກດ້ວຍ ເມື່ອຮັບຊົມຢູ່ແຕ່ລະຮ້ານວາງງສະແດງ ຂ້າພະເຈົ້າຮູ້ສຶຕື້ນຕັນໃຈ ແລະ ເອກອ້າງທະນົງໃຈຕໍ່ພື້ນຖານສື່ມວນຊົນປະຕິບວັດ ຫວຽດນາມ ແລະຮູ້ສຶກສື່ມວນຊົນໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນກິດຈະການປົດປ່ອຍຊາດ ສ້າງສາ ແລະ ພັດທະນາປະເທດຊາດ”.

       ປັດຈຸບັນຫໍພິພິທະພັນໄດ້ໝູນໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນການວາງສະແດງ. ທ່ານ ນາງ ເຈິ່ນກີມຮວາ ຜູ້ອຳນວຍການຫໍພິພິທະພັນຫວັງວ່າ ສາງເອກະສານວັດຖຸພັນຂອງຫໍພິພິທະພັນຈະນັບມື້ນັບຫຼາຍຂຶ້ນໃນໄລຍະທີ່ຈະມາເຖິງເພື່ອໃຫ້ຫໍພິພິທະພັນສົມເປັນແຫ່ງເກັບຮັກສາບັນດາມໍລະດົກຂອງສື່ມວນຊົນ ຫວຽດນາມ

ຕອບກັບ