ຟື້ນຟູອາຊີບເຮັດເຄື່ອງປັ້ນດິນເຜົາຢູ່ໝູ່ບ້ານເຟືອກຕິກ

Vinh Phong
Chia sẻ
(VOVWORLD) -ບ້ານເຟືອກຕິກຫຼືເອີ້ນວ່າບ້ານແກ໋ດົກ ແມ່ນໝູ່ບ້ານເຮັດເຄື່ອງປັ້ນດິນເຜົາຕັ້ງຢູ່ແຄມແມ່ນ້ຳໂດເລົາຫ່າງຈາກໃຈກາງນະຄອນເຫວ້ແຂວງເທື່ອທຽນເຫວ້ປະມານ 40 ກິໂລແມັດໄປທາງທິດເໜືອ.ກ່ອນນີ້ກວ່າ 500 ປີຢູ່ແຫ່ງນີ້ ແມ່ນສູນຜະລິດຄ້າຂາຍເຄື່ອງປັ້ນດິນເຜົາທີ່ມີຊື່ສຽງ ແລະ ເປັນແຫ່ງສະໜອງຜະລິດຕະພັນໃຫ້ແກ່ບັນດາແຂວງພາກກາງ.  ໃນຫໍພິພິທະພັນເຄື່ອງປັ້ນດິນເຜົາບູຮານແມ່ນ້ຳເຮືອງກໍ່ໄດ້ວາງສະແດງວັດຖຸພັນເຄື່ອງປັ້ນດິນເຜົາບູຮານເຟືອກຕິກຫຼາຍກວ່າ 5.000 ຢ່າງທີ່ມີອາຍຸແຕ່ສະຕະວັດທີ XVII – XVIII. ສິ່ງນີ້ໄດ້ເປັນການຢັ້ງຢືນຄວາມອຸດົມສົມບູນຫຼາຍຮູບຫຼາຍແບບຂອງຜະລິດຕະພັນໃນໝູ່ບ້ານເຄື່ອງປັ້ນດິນເຜົາບູຮານຢູ່ດິນແດນເມືອງຫຼວງເກົ່າ
ຟື້ນຟູອາຊີບເຮັດເຄື່ອງປັ້ນດິນເຜົາຢູ່ໝູ່ບ້ານເຟືອກຕິກ - ảnh 1 ນັກສິລະປະການ ເລືອງແທັງຮ່ຽນ ສະແດງການເຮັດເຄື່ອງປັ້ນດິນເຜົາ

     ເຟືອກຕິກກໍ່ຄືໝູ່ບ້ານເຄື່ອງປັ້ນດິນເຜົາບູຮານແຫ່ງອື່ນໆຢູ່ພາກເໜືອກໍ່ຄືພາກກາງມີທີ່ຕັ້ງສະດວກໃນການພົວພັນຄ້າຂາຍ ຄືຢູ່ໃກ້ກັບແມ່ນ້ຳໂອເລົາ, ທັງມີວັດຖຸດິບເພື່ອຂຸດຄົ້ນແລະເກັບຊື້ຢູ່ອ້ອມເຂດດັ່ງນັ້ນໄດ້ກາຍເປັນສູນຜະລິດເຄື່ອງປັ້ນດິນເຜົາທີ່ມີຊື່ສຽງໄວກວ່າເຂດອື່ນໆສາມາດສະໜອງຜະລິດຕະພັນໃຫ້ແກ່ແຂວງເທື່ອທຽນເຫວ້ແລະບັນດາແຂວງອ້ອມຂ້າງ. ທ່ານຫງວຽນບ໊າຈຸງຊຶ່ງແມ່ນໜຶ່ງໃນຈຳນວນນັກສິລະປະການສີ່ຄົນໃນໝູ່ບ້ານເຄື່ອງປັ້ນດິນເຜົາເຟືອກຕິກໃຫ້ຮູ້ວ່ານັບແຕ່ສະໄໝເຈົ້າຊີວິດ ມິງມ້າງ (1791 - 1841) ຕະຫຼອດຮອດສະໄໝເຈົ້າຊີວິດຂາຍດິ້ງ (1885 - 1925) ແຕ່ລະເດືອນໝູ່ບ້ານກໍ່ໄດ້ຖວາຍໝໍ້ດິນ 30 ໜ່ວຍຂຶ້ນຕໍ່ລາດຊະວັງເຫວ້ເພື່ອໃຊ້ຫຸງເຂົ້າໃຫ້ແກ່ເຈົ້າຊີວິດ, ໃນໄລຍະຮຸ່ງເຮືອງ,  ທັງໝູ່ບ້ານເຟືອກຕິກມີຮາກຖານຜະລິດເຄື່ອງປັ້ນດິນເຜົາ 20 ກວ່າແຫ່ງໂດຍບັນດາຄອບຄົວຜະລິດດ້ວຍຈຳນວນຫຼາຍ.  ທ່ານຫງວຽນບ໊າຈຸງໃຫ້ຮູ້ວ່າ:

      “ການຟື້ນຟູອາຊີບເຮັດເຄື່ອງປັ້ນດິນເຜົາຂອງປູ່ຍ່າຕາຍາຍກໍ່ແມ່ນຄວາມຫວັງຂອງພໍ່ແມ່ພີ່ນ້ອງໃນບ້ານເຟືອກຕິກ. ປັດຈຸບັນ ລຸ້ນໄວໜຸ່ມກໍ່ເດີນຕາມອາຊີບອື່ນໆອີກແລ້ວ, ເຮົາກໍ່ມີອາຍຸສູງແລ້ວເຮັດຫຍັງກໍ່ບໍ່ໄດ້ແຕ່ມີຄວາມຫວັງຢາກເຮັດແນວໃດເພື່ອໃຫ້ຄຳປຶກສາໃຫ້ລຸ້ນໄວໜຸ່ມໃນພາຍພາກໜ້າ.ຈະຟື້ນຟູອາຊີບເຮັດເຄື່ອງປັ້ນດິນເຜົານັ້ນກໍ່ຕ້ອງມີແຮງງານແລະເຮັດແນວໃດສາມາດຂາຍອອກສູ່ທ້ອງຕະຫຼາດໄດ້ເພື່ອຟື້ນຟູອາຊີບນີ້ໄດ້”.

      ອ້າຍເລືອງແທັງຮ່ຽນ ເຈົ້າຂອງຮາກຖານຜະລິດເຄື່ອງປັ້ນດິນເຜົາພຽງແຫ່ງດຽວທີ່ຍັງເຫຼືອຢູ່ເຟືອກຕິກໃຫ້ຮູ້ວ່າ: ນາຍຊ່າງເຮັດເຄື່ອງປັ້ນດິນເຜົາຢູ່ບ້ານເຟືອກຕິກໄດ້ຮັບເອົາເຕັກນິກເຮັດເຄື່ອງປັ້ນດິນເຜົາສິລະປະກຳໃນນັ້ນມີຜະລິດຕະພັນຫຼາຍຢ່າງ. ມີທິດທາງກ້າວເດີນໃໝ່ຕິດພັນກັບການທ່ອງທ່ຽວກໍ່ໄດ້ຖືກ ວາງອອກໃຫ້ແກ່ໝູ່ບ້ານ. ແຂກທ່ອງທ່ຽວກໍ່ໄປຕາມລາຍການທ່ອງທ່ຽວຫຼືມາທ່ຽວເອງເມື່ອມາຢ້ຽມຢາມໝູ່ບ້ານເຄື່ອງປັ້ນດິນເຜົາ ກໍ່ສາມາດມາຄົ້ນຄວ້າເຮັດເຄື່ອງປັ້ນດິນເຜົາຕົວຈິງ, ເຂົາເຈົ້າສາມາດເຂົ້າຮ່ວມບັນດາຂັ້ນຕອນເຮັດເຄື່ອງປັ້ນດິນເຜົາຕະຫຼອດຮອດເວລາສຳເລັດຜະລິດເຄື່ອງປັ້ນດິນເຜົາຢ່າງໜຶ່ງ. ອ້າຍເລືອງແທັງຮ່ຽນໃຫ້ຮູ້ວ່າ:

      “ປັດຈຸບັນຂ້າພະເຈົ້າກໍ່ໄດ້ຜະລິດອອກບາງຜະລິດຕະພັນນັບແຕ່ປະເພດທີ່ເຮັດມາແຕ່ດົນນານຕະຫຼອດຮອດບັນດາປະເພດສິນຄ້າໃໝ່ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້. ລູກຄ້າກໍ່ນິຍົມຊົມໃຊ້ເເຄື່ອງປັ້ນດິນເຜົາເຟືອກຕິກ ທີ່ສຸດ”.

       ທ່ານຫງວຽນວັນຟຸກຫົວໜ້າພະແນກທ່ອງທ່ຽວແຂວງເທື່ອທຽນເຫວ້ ໃຫ້ຮູ້ວ່າ ເພື່ອອະນຸລັກແລະເສີມຂະຫຍາຍຄຸນຄ່າໝູ່ບ້ານເຮັດເຄື່ອງປັ້ນດິນເຜົາບູຮານຢູ່ແຄມແມ່ນ້ຳໂອເລົາ, ແຂວງເທື່ອທຽນເຫວ້ ໄດ້ອະນຸມັດຜ່ານແຜນຜັງອະນຸລັກບູລະນະປະຕິສັງຂອນຟື້ນຟູແລະເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານ ສະຖາປັດຕະຍະກຳສິລະປະໝູ່ບ້ານບູຮານເຟືອກຕິກ.ການອະນຸລັກເສີມຂະຫຍາຍຄຸນຄ່າມໍລະດົກໝູ່ບ້ານບູຮານເຟືອກຕິກຈະຕິດພັນກັບການພັດທະນະການທ່ອງທ່ຽວແບບຍືນຍົງແລະສ້າງການເຊື່ອມຕໍ່ພັດທະນາເຂດເສດຖະກິດວັດທະນະທຳ ແລະ ສັງຄົມດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດ. ທ່ານຫງວຽນວັນຟຸກໃຫ້ຮູ້ວ່າ:

     “ອາຊີບເຮັດເຄື່ອງປັ້ນດິນເຜົາຢູ່ບ້ານເຟືອກຕິກມີບັນດາຄຸນຄ່າກ່ຽວກັບມໍລະດົກວັດທະນະທຳສະເພາະຕ້ອງໄດ້ຮັບການອະນຸລັກຮັກສາຍາວນານ. ພ້ອມກັນນັ້ນກໍ່ຕ້ອງພັດທະນາເພື່ອປົວແປງຊີວິດການເປັນຢູ່ ກໍ່ຄືເປັນແຫຼ່ງລາຍຮັບໃຫ້ແກ່ຊາວທ້ອງຖິ່ນ”.

    ປັດຈຸບັນ ບ້ານເຟືອກຕິກຍັງແມ່ນໜຶ່ງໃນຈຳນວນສີ່ໝູ່ບ້ານບູຮານຂອງຫວຽດນາມໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານລະດັບຊາດດ້ວຍບັນດາເຮືອນບູຮານລະບົບປູຊະນີຍະສະຖານສາລາວັດວາອາຮາມໂບດ... ອາຊີບເຮັດເຄື່ອງປັ້ນດິນເຜົາຂອງບ້ານເຟືອກຕິກໄດ້ ແລະພວມໄດ້ຮັບການຟື້ນຟູອັນໄດ້ຊ່ວຍໝູ່ບ້ານເຟືອກຕິກກາຍເປັນສະຖານທີ່ທ່ອງທ່ຽວດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດເມື່ອມີໂອກາດມາຢາມແຂວງເທື່ອທຽນເຫວ້.

ຕອບກັບ