ຊາວໜຸ່ມແຂວງເຊີນລາຊອກຫາທິດກ້າວເດີນໃໝ່ ເພື່ອເລີ່ມຕົ້ນທຸລະກິດ

Vinh Phong
Chia sẻ
(VOVWORLD) -ຊອກຫາທິດກ້າວເດີນໃໝ່, ວິທີເຮັດທີ່ແຕກຕ່າງ ເພື່ອປຸກລຸກຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ວັດທທະນະທຳ, ທ່າແຮງທາງດ້ານກະສິກຳ ປ່າໄມ້… ນັ້ນແມ່ນການເລືອກເຟັ້ນຂອງຊາວໜຸ່ມບໍ່ໜ້ອຍຢູ່ແຂວງເຊີນລາໃນການເດີນທາງເລີ່ມຕົ້ນທຸລະກິດສ້າງອາຊີບຢູ່ດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ
ຊາວໜຸ່ມແຂວງເຊີນລາຊອກຫາທິດກ້າວເດີນໃໝ່ ເພື່ອເລີ່ມຕົ້ນທຸລະກິດ - ảnh 1ອ້າຍເລື່ອງວັນຊຽນ (ນຸ່ງເສື້ອສີຟ້າ )ຫົວໜ້າສະຫະກອນຫງອກຈ໊ຽນ
  ຕາແສງ ຫງອກຈ໊ຽນ ເມືອງ ເມື່ອງລາແຂວງເຊີນລາທີ່ເຂດເຕິຍບັກທາງທິດຕາເວັນຕົກພາກເໜືອ ເປັນທີ່ຮູ້ຈັກກັນດີດ້ວຍອາກາດປອດໂປ່ງທັດຊະນີຍະພາບງົດງາມ ມີສາຍນ້ຳອຸ່ນທຳມະຊາດ, ບັນດາຜະລິດຕະພັນວັດທະນະທຳແລະຜະລິດຕະພັນກະເສດຫຼາຍຮູບຫຼາຍແບບ… ດ້ວຍທ່າໄດ້ປຽບເຫຼົ່ານີ້ ກ່ອນນີ້ສາມປີ ອ້າຍເລື່ອງວັນຊຽນຄາວນັ້ນແມ່ນຮອງເລຂາຄະນະຊາວໜຸ່ມຕາແສງຫງອກຈ໊ຽນ ໄດ້ຕົກລົງເລີ່ມຕົ້ນທຸລະກິດດ້ວຍໂຄງການພັດທະນາລະບົບນິເວດທ່ອງທ່ຽວຫງອກຈ໊ຽນຕິດພັນກັບກະສິກຳປອດສານພິດ. ອ້າຍຊຽນພ້ອມກັບບັນດາສະມາຊິກຊາວໜຸ່ມຢູ່ທ້ອງຖິ່ນໄດ້ຮ່ວມກັນສ້າງຕັ້ງສະຫະກອນທ່ອງທ່ຽວຊຸມຊົນຫງອກຈ໊ຽນ. ອ້າຍເລື່ອງວັນຊຽນ ຫົວໜ້າສະຫະກອນຫງອກຈ໊ຽນ ແບ້ງປັນວ່າ:

     “ໃນວິວັດການຜັນຂະຫຍາຍປະຕິບັດ, ພວກຂ້າພະເຈົ້າກໍ່ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.ຍົກຕົວຢ່າງຄືການເກ້ຍກ່ອມເອົາເຮືອນຮ້ານເພື່ອສ້ອມແປງເປັນທີ່ຕ້ອນຮັບແຂກ, ສິ່ງນີ້ກ່ຽວຂ້ອງເຖິງຮີດຄອງປະເພນີຈິດວິນຍານ. ທີສອງແມ່ນພໍ່ແມ່ພີ່ນ້ອງໄດ້ຫັນຈາກກະສິກຳໄປສູ່ການເຮັດການບໍລິການຍ້ອນຈຳກັດລະດັບຄວາມຮູ້ຈິນຕະນາການຂອງພໍ່ແມ່ພີ່ນ້ອງກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ”.

       ຫຼັງຈາກນັ້ນ 3 ປີ ບັນດາແນວຄວາມຄິດ ວິທີເຮັດຢ່າງມີຫົວຄິດປະດິດສ້າງເຫຼົ່ານີ້ ໄດ້ປະກອບສ່ວນນຳພາບພົດຕາແສງຫງອກຈ໊ຽນຍັບເຂົ້າໃກ້ກັບແຂກທ່ອງທ່ຽວຂະນະທີ່ບໍ່ວ່າຄອບຄົວໃດຊາວບ້ານຜູ້ໃດກໍ່ກຽມພ້ອມສາມາດເປັນຜູ້ນຳທ່ຽວ. ນັບແຕ່ຕົ້ນປີກາຍມາຮອດປັດຈຸບັນສະຫະກອນໄດ້ຕ້ອນຮັບແຂກທ່ອງທ່ຽວ 30.000 ເທື່ອຄົນສາມາດສ້າງລາຍໄດ້ເກືອບ10 ຕື້ດົ່ງສ້າງວຽກເຮັດານທຳໃຫ້ແກ່ແຮງງານທ້ອງຖິ່ນຫຼາຍກວ່າ 100 ຄົນດ້ວຍລາຍຮັບ 6.000.000 ດົ່ງຕໍ່ເດືອນ. ທ່ານ ລໍວັນທວາ ຮອງປະທານຄະນະກຳມະການປະຊາຊົນຕາແສງຫງອກຈ໊ຽນໃຫ້ຮູ້ວ່າ:

       “ຮູບແບບທ່ອງທ່ຽວຊຸມຊົນຂອງສະຫະກອນໄດ້ປະກອບສ່ວນສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ພີ່ນ້ອງ. ໄລຍະທີ່ຜ່ານມາ, ສະຫະກອນໄດ້ໂຄສະນາແນະນຳຜະລິດຕະພັນທ່ອງທ່ຽວຊຸມຊົນເປັນຢ່າງດີພິເສດໄດ້ປະກອບສ່ວນເຮັດໃຫ້ຈິນຕະນາການຂອງຊາວຕາແສງຫງອກຈ໊ຽນປ່ຽນແປງໃນການພັດທະນາການທ່ອງທ່ຽວ”.

     ສ່ວນ ອ້າຍດັ້ງຫງອກຈຸງ ຢູ່ເມືອງ ຝູ໋ອຽນແຂວງເຊີນລາ ກໍ່ມີຄວາມເມົາມົວກັບການເຮັດເຄື່ອງເຟີນີເຈີ. ປີ 2017 ອ້າຍຈຸງໄດ້ເລີ່ມລົງມືເຮັດຜະລິດຕະພັນຮັບໃຊ້ເຮືອນຄົວຄືຖ້ວຍ ໄມ້ທູ່ ບ່ວງ… ມາຮອດປີ 2020 ອ້າຍໄດ້ຕົກລົງລົງທຶນ 500 ລ້ານດົ່ງເພື່ອເປີດກວ້າງຮາກຖານຜະລິດຊື້ປະກອບເຄື່ອງຈັກທັນສະໄໝຕື່ມອີກ. ປັດຈຸບັນໃນແຕ່ລະເດືອນ ສະຫະກອນຂອງອ້າຍສາມາດຜະລິດຜະລິດຕະພັນເຟີນີເຈີໄດ້ຫຼາຍກວ່າ 5.000 ຢ່າງ. ອ້າຍຈຸງແບ່ງປັນວ່າ:

       “ພາຍຫຼັງໄລຍະໜຶ່ງທີ່ອອກແຮງງານດ້ວຍຄວາມມານະພະຍາຍາມຢ່າງສຸດຂີດແລະໄດ້ຮັບການໜູນຊ່ວຍຈາກບັນດາອົງການທີ່ກ່ຽວຂ້ອງ,  ສະຫະກອນໄດ້ມີຂັ້ນຕອນຜະລິດໄດ້ມາດຕະຖານແລະທາງບໍລິສັດໄດ້ມີການຮ່ວມສຳພັນຫົວໜ່ວຍອື່ນໆ ເພື່ອຂາຍສິນຄ້າ”.

       ປັດຈຸບັນສະຫະກອນໄດ້ເຊັນສັນຍາຈຳໜ່າຍຜະລິດຕະພັນກັບບັນດາຮ້ານຊັບພະສິນຄ້າໃນແຂວງ,ນອກຈາກນັ້ນກໍ່ຍັງສະໜອງຜະລິດຕະພັນໃຫ້ນະຄອນຫຼວງຮ່າໂນ້ຍແລະ ບາງແຂວງ, ນະຄອນທາງພາກໃຕ້. ນາງຟຸ່ງທິເຈິ໊ນ ຢູ່ຕາແສງ ຮຸຍຫະ ເມືອງ ຝູ໋ອຽນ ສະມາຊິກສະຫະກອນແບ່ງປັນວ່າ:

     “ຂ້າພະເຈົ້າແລະ ເອື້ອຍນ້ອງແມ່ຍິງໃນຮາກຖານຜະລິດກໍ່ໄດ້ເລືອກເອົາວຽກງານຢູ່ທີ່ນີ້ ຍ້ອນມີຄວາມສະດວກໃນການດຳເນີນຊີວີດ ແຕ່ລະເດືອນກໍ່ມີລາຍຮັບປະມານ 4.000.000 ດົ່ງກໍ່ພໍໃຊ້ຈ່າຍໃຫ້ແກ່ຄອບຄົວ”.

      ພ້ອມກັບຂະບວນການເລີ່ມຕົ້ນທຸລະກິດຂອງຊາວໜຸ່ມ, ທ້າຍປີ 2022ແຂວງເຊີນລາໄດ້ຜັນຂະຫຍາຍແຜນການຊຸກຍູ້ການເລີ່ມຕົ້ນທຸລະກິດ ແລະ ດຶງດູດການລົງທຶນຢູ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍແລະເຂດພູດອຍ ພ້ອມກັນນັ້ນ ກໍ່ແມ່ນການເຄື່ອນໄຫວອື່ນໆອີກຫຼາຍຢ່າງ, ທ່ານຫງວຽນຢຸຍຮວ່າງ ຮອງຫົວໜ້າພະແນກວັດທະນະທຳແລະເຕັກໂນໂລຊີແຂວງເຊີນລາໃຫ້ຮູ້ວ່າ:

     “ແຂວງເຊີນລາໄດ້ ແລະພວມເອົາໃຈໃສ່      ໃນການໜູນຊ່ວຍແຫຼ່ງທຶນດ້ວຍເລື່ອງ ແຂວງໄດ້ປະກາດໃຊ້ມະຕິ 143 ຂອງສະພາປະຊາຊົນແຂວງ ກຳນົດລະດັບເງິນໃຊ້ຈ່າຍໜູນຊ່ວຍລະບົບນິເວດເລີ່ມຕົ້ນທຸລະກິດ ນະວັດຕະກຳ”

      ການມີຫົວຄິດປະດິດສ້າງ, ຄວາມກະຕືລືລົ້ນ ຂອງຊາວໜຸ່ມ ແລະ ການຮ່ວມສຳພັນຂອງທ້ອງຖິ່ນ ໄດ້ສ້າງຫຼາຍຮູບການເລີ່ມຕົ້ນທຸລະກິດທີ່ໜ້າປະທັບໃຈ, ບໍ່ພຽງແຕ່ສ້າງວຽກເຮັດງານທຳ ເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນເພື່ອໃຫ້ພໍ່ແມ່ພີນ້ອງບັນດາເຜົ່າສ່ວນໜ້ອຍ ບືນຕົວຂຶ້ນ ຫຼຸດພົ້ນ ອອກຈາກຄວາມທຸກຍາກ, ພ້ອມກັນກໍ່ສ້າງ ຊົນນະບົດໃໝ່ຢູ່ເຂດພູສູງ ເຊີນລາ.

ຕອບກັບ