ຄົ້ນຫາວັດຕາມອນຢູ່ແຂວງຊັອກຈັງ

Ngoc Anh
Chia sẻ
(VOVWORLD) -ວັດເຊີເຣິຍຕາມອນ ຫຼື ເອີ້ນວ່າວັດຕາມອນຕັ້ງຢູ່ບ້ານດາວວຽນຕາແສວຽນບິ່ງເມືອງເຈິ່ນເດ່ແຂວງຊັອກຈັງ. ນີ້ແມ່ນໜຶ່ງໃນບັນດາວັດທີ່ງາມທີ່ສຸດໃນແຂວງ ຊັອກຈັງ. ວັດຕາມອນມີສະະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຂອງເຜົ່າຂະແມ
ຄົ້ນຫາວັດຕາມອນຢູ່ແຂວງຊັອກຈັງ - ảnh 1ປະຕູໂຂງຂອງວັດຕາມອນ

      ຫຼຽວເບິ່ງຈາກບ່ອນສູງ ວັດຕາມອນຖືກປົກຄຸມໄປດ້ວຍສີເຫຼືອງມີລວດລາຍງາມຕາເຊິ່ງເປັນສັນຍາລັກໃຫ້ແກ່ສະຖາປັດຕະຍະກຳເຜົ່າຂະແມ, ຈາກເສົາວັດ, ວົງກົບ ບານປະຕູ ຫຼັງຄາຂອງວັດກໍ່ລ້ວນແຕ່ຖືກແກະຄວັດສະຫຼັກ, ແຕ້ມຢ່າງລະອຽດອ່ອນ. ລວດລາຍຖືກປະດັບປະດາຢ່າງອຸດົມສົມບູນອັນໄດ້ເພີ່ມຄວາມງາມໃຫ້ແກ່ວັດນີ້. ປະຕູໂຂງຂອງວັດແມ່ນສະຖາປັດຕະຍະກຳທີ່ໃຫຍ່ໂຕເຂັ້ມຂົ້ນໄປດ້ວຍສີສັນຂອງສາສະໜາພຸດນິກາຍຫິຣະຍານ. ຢູ່ສອງຟາກກຳແພງຮົ້ວຂອງປະຕູໂຂງມີຮູບປັ້ນງູນາກາທາສີແດງຟອກຄຳປິວຖືກປະດັບປະດາຢ່າງລະອຽດອ່ອນ. ຍ່າງຜ່ານປະຕູໂຂງແມ່ນເດິ່ນທຳພິທີທີ່ກວ້າງໃຫຍ່ມີຮູບປັ້ນພະພຸດທະເຈົ້າສູງ 20 ກວ່າແມັດ                                  

      ບໍ່ວ່າຜູ້ໃດເມື່ອກ້າວເຂົ້າໄປວັດກໍ່ລ້ວນແຕ່ຕົກສະເງິຕໍ່ຄວາມງາມຂອງຫໍບູຊາໃຫຍ່ຖືກປຸກສ້າງຢ່າງໃຫຍ່ໂຕສະຫງ່າຜ່າເຜີຍປຽບເໝືອນຫໍຜະສາດ. ຍ່າງລຽບຕາມລະບຽງຂອງຫໍບູຊາໃຫຍ່ແມ່ນແຖວເສົາໜາແໜ້ນເຊິ່ງແຕ່ລະຫົວເສົາກໍ່ລ້ວນແຕ່ຕິດຮູບປັນກຣຸດໝາຍເຖິງຄົນນົກພວມຢືນຍໍມືຄ້ຳຫຼັງຄາ ເຊິ່ງສະແດງໃຫ້ເຫັນສະຖາປັດຕະຍະກຳ ປະຕິມາກຳອັນເປັນປະເພນີຂອງຊາວເຜົ່າຂະແມພາກໃຕ້. ພະອາຈານໃຫຍ່ ເຈິ່ນວັນທາ ເຈົ້າອະທິການວັດຕາມອນໃຫ້ຮູ້ວ່າ:

      “ຫໍບູຊາໃຫຍ່ຖືກປຸກສ້າງຄັ້ງນີ້ແມ່ນເທື່ອທີ່ຫ້າໃນເນື້ອທີ່ 999 ຕາແມັດ. ຫໍບູຊາໃຫຍ່ຖືກກໍ່ສ້າງຕາມສະຖາປັດຕະຍະກຳບູຮານ ແລະ ທັນສະໄໝ. ຕໍ່ໜ້າຫໍບູຊາໃຫຍ່ກໍ່ປູກຕົ້ນໄມ້ໃຫຍ່ສອງຕົ້ນ. ຮູບປັ້ນພະພຸດທະເຈົ້າຫາກໍ່ເຮັດສຳເລັດໄດ້ກວ່າໜຶ່ງປີມີລວງສູງປະມານ 22 ແມັດຖືກເຮັດດ້ວຍສີມັງເສີມເຫຼັກ”.

       ວັດຕາມອນຖືກຕັ້ງໃນບໍລິເວນກວ້າງປະມານ 3 ເຮັກຕາ. ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄອບຄົວທ່ານກົງມອນໝາຍເຖິງທ່ານຕາມອນແລະທ່ານນາງທິເຕິຍໄດ້ບໍລິຈາກທີ່ດິນເພື່ອກໍ່ສ້າງວັດ, ຊາວທ້ອງຖິ່ນໄດ້ຕັ້ງຊື່ຂອງວັດວ່າແມ່ນວັດຕາມອນ. ພະພິກຂຸ ເລິມດ໊ຽບ ຢູ່ວັດຕາມອນໃຫ້ຮູ້ວ່າ:

      “ວັດນີ້ຖືກກໍ່ສ້າງເມື່ອປີ 1615 ມາຮອດຜັດຈຸບັນໄດ້ຜ່ານເຈົ້າອະທິການວັດ 27 ອົງແລ້ວ. ເຈົ້າອະທິການວັດອົງທຳອິດແມ່ນທ່ານກົງກ໊ອດເຊິ່ງແມ່ນນ້ອງຄີງຂອງທ່ານກົງເມີນ. ຮູບປັ້ນທ່ານກົງເມີນໝາຍເຖິງຕາມອນຜູ້ບໍລິຈາກດິນເພື່ອກໍ່ສ້າງວັດແມ່ນຢືນຢູ່ເຄິ່ງກາງຫໍບູຊາໃຫຍ່ທັງສອງຟາກກໍ່ມີລູກສິດສອງງອົງ. ຫໍບູຊາໃຫຍ່ຖືກບູລະນະປະຕິສັງຂອນແລະປຸກສ້າງເມື່ອປີ 2013 ແລະເປີດສະຫຼອງເມື່ອປີ 2023”.

     ມາຢ້ຽມຊົມວັດຕາມອນ, ນາງໂດ໊ທິລານແອັງ ແຂກທ່ອງທ່ຽວມຈາກຮ່າໂນ້ຍ ເປີດເຜີຍວ່າ:

      “ຂ້າພະເຈົ້າແລະ ໝູ່ເພື່ອນໄດ້ມາທັດສະນະສຶກສາ ຢ້ຽມຊົມວັດຕາມອນ ເຫັນວ່າມີຄວາມປະທັບໃຈທີ່ສຸດ. ເພາະວ່າວັດມີຂອບຂະໜາດໃຫຍ່ໂຕ. ຂ້າພະເຈົ້າກໍ່ໄດ້ໄປຫຼາຍວັດຢູ່ອາຊີຕາເວັນອອກສຽງໃຕ້ແລ້ວແຕ່ເຫັນວ່າວັດຕາມອນກໍ່ບໍ່ນ້ອຍໜ້າກວ່າທຽບໃສ່ວັດຢູ່ປະເທດຕ່າງໆທີ່ຂ້າພະເຈົ້າໄດ້ໄປ. ຖ້າຫາກມີໂອກາດກັບຄືນຢາມແຂວງຊັອກຈັງແນ່ນອນວ່າພວກຂ້າພະເຈົ້າຈະເລືອກເອົາວັດຕາມອນແມ່ນສະຖານທີ່ທ່ອງທ່ຽວ.”

      ກໍ່ເຊັ່ນກັນກັບວັດຕ່າງໆຂອງສາສະໜາພຸດນິກາຍຫິຣະຍານຂະແມ, ວັດຕາມອນແມ່ນບ່ອນສິດສອນໃຫ້ເດັກຍາມພັກແລ້ງ, ນອກຈາກສອນພາສາຕົວໜັງສືເຜົ່າຂະແມໂດຍບໍ່ເສຍຄ່າແລ້ວບັນດາຄູບາຍັງສຶກສາອົບຮົມກ່ຽວກັບບຸກຄະລິກກະພາບວິຖີຊີວິດຄຸນສົມບັດຄວາມກະຕັນຍູຜ່ານນັ້ນກໍ່ໄດ້ຊ່ວຍໃຫ້ພວກນ້ອງນັກຮຽນເຕີບໃຫຍ່

      ໂດຍໄດ້ຜ່ານໄລຍະເວລາກວ່າ  400 ປີແຫ່ງການສ້າງຕັ້ງແລະ ຂະຫຍາຍຕົວ, ວັດຕາມອນແມ່ນຊາຍຄາຮ່ວມອັນໄດ້ດຶງດູດຊາວພຸດທັງຢູ່ໃກ້ແລະໄກມານະມັດສະການຢ່າງຫຼວງຫຼາຍ. ມາວັດນີ້, ນອກຈາກໄດ້ຢ້ຽມຊົມນະມັດສະການ, ແຂກທ່ອງທ່ຽວຍັງສາມາດຄົ້ນຫາຊອກຮູ້ກ່ຽວກັບວັດທະນະທຳຮີດຄອງປະເພນີຂອງພໍ່ແມ່ພີ່ນ້ອງເຜົ່າຂະແມອີກດ້ວຍ

ຕອບກັບ