ຫາດຊາຍທະເລຢູ່ ເກາະກ໊າດບ່າ |
ເກາະກ໊າດບ່ານອນຢູ່ໃນອ່າວລານຮະແລະຕິດກັບມໍລະດົກທຳມະຊາດໂລກອ່າວຮະລອງທີ່ແຂວງກວ໋າງນິງເຊິ່ງໄດ້ຮັບຖືວ່າແມ່ນສະຖານທີ່ທ່ອງທ່ຽວທີ່ຈັບໃຈຊ້ອນແຝງຫຼາຍສິ່ງທີ່ລຶກລັບມະຫັດສະຈັນ; ເພື່ອມາຮອດສະຖານທີ່ແຫ່ງນີ້ແຂກທ່ອງທ່ຽວຕ້ອງຜ່ານຂົວຂ້າມທະເລເຕິນຫວູຜ່ານຝາກອດປະມານ 20 ກິໂລແມັດກໍ່ຈະຮອດໃຈກາງເກາະກ໊າດບ່າເກາະແຫ່ງນີ້ຟົດຟື້ນມ່ວນຊື່ນທີ່ສຸດແມ່ນໃນໂອກາດທ້າຍອາທິດເມື່ອນັກທ່ອງທ່ຽວຫຼາຍຂະນະໄດ້ຫຼັ່ງໄຫຼໄປຍັງເກາະເພື່ອໄດ້ອາບນ້ຳທະເລຂຽວໃສເຢັນຫຼືນອນຕາກແດດຢູ່ຫາດຊາຍທະເລທີ່ງົດງາມຍາວຢຽດຈົນສຸດສາຍຕາ
ນາງຫງວຽນທິຮວ່ຽນ ແຂກທ່ອງທ່ຽວມາຈາກຮ່າໂນ້ຍໃຫ້ຮູ້ວ່າ: ນີ້ເປັນຄັ້ງທຳອິດທີ່ນາງພ້ອມກັບຄອບຄົວໄປທ່ຽວຢູ່ ກ໊າດບ່າແລະເປັນໜ້າປະທັບໃຈທີ່ສຸດ. ນາງ ຮວ່ຽນເວົ້າວ່າ :
“ທິວທັດທຳມະຊາດຢູ່ ກ໊າດບ່າແມ່ນງົດງາມແລະອຸດົມສົມບູນທີ່ສຸດ. ສະຖານທີ່ທ່ອງທ່ຽວແຫ່ງນີ້ ຍັງເກັບຮັກສາທິວທັດທຳມະຊາດຫຼາຍຢ່າງພ້ອມກັນນັ້ນປະຊາຊົນຢູ່ແຫ່ງນີ້ ກໍ່ມີຈິດໃຈຮັກແພງແຂກແລະມີຄວາມເມດຕາປານີ.”
ອາກາດຢຸ່ເກາະກ໊າດບ່າເຢັນສະບາຍ ແລະປອດໂປ່ງແທດເໝາະກັບການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ, ດັ່ງນັ້ນຢູ່ແຫ່ງນີ້ບໍ່ພຽງແຕ່ມີຄວາມດູດດື່ມສຳລັບແຂກທ່ອງທ່ຽວຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງເປັນສະຖານທີ່ດູດດື່ມຂອງແຂກທ່ອງທ່ຽວຕ່າງປະເທດອີກດ້ວຍ. ຢູ່ເກາະກ໊າດບ່າແຂກທ່ອງທ່ຽວຈະໄດ້ຄົ້ນຫາການເຄື່ອນໄຫວຫຼາຍຢ່າງຄືອາບນ້ຳແລະດຳນ້ຳຢູ່ບັນດາບໍລິເວນທະເລທີ່ຮົກເຮື້ອ, ໄດ້ຂີ່ເຮືອ, ກຳປັ່ນຢ້ຽມຊົມອ່າວລານຮະເຊິ່ງແມ່ນສະຖານທີ່ສວຍງາມທີ່ສຸດໃນໂລກພ້ອມກັນນັ້ນກໍ່ໄດ້ຢ້ຽມຊົມຄົ້ນຫາຖ້ຳຕ່າງໆ ອ້າຍໂທມາດ ແຂກທ່ອງທ່ຽວຊາວໂຮນລັງ ໃຫ້ຮູ້ວ່າ:
“ກ໊າດບ່າແມ່ນເກາະທີ່ສະຫງົບສຸກ. ຂ້າພະເຈົ້າພ້ອມດ້ວຍຄອບຄົວມີຄວາມຊົມຊອບທຳມະຊາດຢູ່ແຫ່ງນີ້ທີ່ສຸດ. ສຳລັບຂ້າພະເຈົ້າແລ້ວ ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ຂ້າພະເຈົ້າຊົມຊອບທີ່ສຸດຢູ່ ຫວຽດນາມ”.
ໃນການເດີນທາງຄົ້ນຫາເກາະກ໊າດບ່ານັ້ນ, ມີສະຖານທີ່ທ່ອງທ່ຽວທີ່ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມນັ້ນແມ່ນປ່າສະຫງວນແຫ່ງຊາດກ໊າດບ່າ ຫ່າງຈາກເທດສະບານເມືອງກ໊າດບ່າປະມານ 14 ກິໂລແມັດໄປທາງທິດຕາເວັນອອກພາກເໜືອ. ຢູ່ທີ່ນີ້ກໍ່ໄດ້ມີຮ່ອງຮອຍສະຖານບູຮານຄະດີຫຼາຍແຫ່ງຂຶ້ນກັບສະໄໝປະຖົມບູຮານປ່າສະຫງວນແຫ່ງຊາດກ໊າດບ່າທັງມີປ່າທັງມີທະເລດ້ວຍແຫຼ່ງຊັບພະຍາກອນທຳມະຊາດອຸດົມສົມບູນ ທັດຊະນີຍະພາບງົດງາມແລະມີສັດພຶກສາຊາດທີ່ມີຄ່າຫາຍາກຫຼາຍປະເພດ. ອ້າຍໂດເມນິກ ແຂກທ່ອງທ່ຽວຊາວເຢຍລະມັນແບ່ງປັນວ່າ:
“ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາທ່ຽວຢູ່ ກ໊າດບ່າ. ເກາະໜ່ວຍຕ່າງໆທີ່ຂຶ້ນກັບໝູ່ເກາະກ໊າດບ່າກໍ່ລ້ວນແຕ່ງົດງາມທີ່ສຸດ. ບັນດາຫາດຊາຍທະເລຢູ່ທີ່ນີ້ ກໍ່ສວຍາມທີ່ສຸດ.ທັດຊະນີຍະພາບເຫຼົ່ານີ້ ແມ່ນຍາກທີ່ຈະຫາໄດ້ຢູ່ເອີລົບ. ຂ້າພະເຈົ້າປາຖະໜາວ່າຈະມານີ້ຫຼາຍເທື່ອເມື່ອມີໂອກາດ”.
ດ້ວຍຄວາມເປັນເອກະລັກສະເພາະຂອງຕົນ, ປີ 2004 ໝູ່ເກາະກ໊າດບ່າ ໄດ້ຮັບການຮັບຮອງຈາກອົງການ Unesco ແມ່ນເຂດນິເວດທຳມະຊາດໂລກ. ໃນກອງປະຊຸມທີ່ຈະຈັດຂຶ້ນໃນເດືອນກັນຍາທີ່ຈະມາເຖິງUnescoຈະພິຈາລະນາເອກະສານຂອງຫວຽດນາມທີ່ສະເໜີໃຫ້ຮັບຮອງໝູ່ເກາະກ໊າດບ່າແມ່ນມໍລະດົກທຳມະຊາດໂລກ. ເມື່ອໝູ່ເກາະກ໊າດບ່າ ກາຍເປັນມໍລະດົກໂລກຈະປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດວັດທະນະທຳສັງຄົມທັງໂຄສະນາແລະຍົກສູງທີ່ຕັ້ງບົດບາດ, ພາບພົດຂອງປະເທດຊາດກໍ່ຄືດຶງດູດການລົງທຶນເພື່ອພັດທະນາເສດຖະກິດຊີວະພາບ.