ຄົ້ນຫາການທ່ອງທ່ຽວຊຸມຊົນຢູ່ ຊາປາ, ແຂວງ ລ່າວກາຍ

Vinh Phong
Chia sẻ
(VOVWORLD) -ໂດຍແມ່ນໜຶ່ງໃນຈຳນວນ 10 ສະຖານທີ່ທ່ອງທ່ຽວທີ່ດູດດື່ມທີ່ສຸດຢູ່ອາຊີອາຕາເວັນອອກສຽງໃຕ້ ແລະ ແມ່ນໜຶ່ງໃນຈຳນວນ 50 ສະຖານທີ່ລືຊື່ ສວຍງາມທີ່ສຸດຢູ່ອາຊີ, ເຂດທ່ອງທ່ຽວລະດັບຊາດ ຊາປາ ທີ່ແຂວງ ລ່າວກາຍ ໄດ້ດຶງດູດແຂກທ່ອງທ່ຽວຍ້ອນຄວາມງາມທີ່ໃຫຍ່ໂຕມະໂຫຖານຂອງທຳມະຊາດ ອາກາດປອດໂປ່ງເຢັນສະບາຍ. ພິເສດບັນດາຈຸດວັດທະນະທຳບັນດາເຜົ່າຕິດພັນກັບການເຄື່ອນໄຫວທ່ອງທ່ຽວຊຸມຊົນ ໄດ້ ແລະ ພວມແມ່ນຈຸດທີ່ພົ້ນເດັ່ນຂອງການທ່ອງທ່ຽວຢູ່ແຫ່ງນີ້
 ຄົ້ນຫາການທ່ອງທ່ຽວຊຸມຊົນຢູ່ ຊາປາ, ແຂວງ ລ່າວກາຍ - ảnh 1ມາຮອດຊາປາ ແຂກທ່ອງທ່ຽວຈະໄດ້ເຫັນຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວທ້ອງຖິ່ນ

     ຕ້ອນຮັບແຂກທ່ອງທ່ຽວໃນຊຸດອາພອນປະຈຳເຜົ່າທີ່ສວຍງາມຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວແດງ, ຫົວໜ້າສະຫະກອນທ່ອງທ່ຽວຊຸມຊົນ ຕາຟິນ - ຊາປາ ຫຼີຕາມເມິຍ ໃຫ້ຮູ້ວ່າ ດ້ວຍຈຳນວນ 38 ຄອບຄົວເຂົ້າຮ່ວມເຄື່ອນໄຫວດຳເນີນທຸລະກິດທ່ອງທ່ຽວຊຸມຊົນ, ບັນດາໂຮມສະເຕຂອງບັນດາຄອບຄົວໄດ້ຮັບການບູລະນະສ້ອມແປງ ແຕ່ຍັງຄົງສາມາດຮັກສາສີສັນທີ່ເປັນເອກະລັກທາງດ້ານວັດທະນະທຳຂອງຊາວເຜົ່າຢ້າວ. ພິເສດບັນດາເຍື່ອງອາຫານທີ່ເປັນເອກະລັກ ແລະ ການອາບນ້ຳຢາສະໝູນໄພໄດ້ສ້າງຄວາມປະທັບໃຈໃຫ້ແຂກທ່ອງທ່ຽວທີ່ສຸດ. ນາງ ໄມ ເວົ້າວ່າ:

    “ສະຫະກອນທ່ອງທ່ຽວຊຸມຊົນ ກໍ່ຍົກອອກທິດນຳ ແມ່ນອະນຸລັກຮັກສາເສີມຂະຫຍາຍວັດທະນະທຳພື້ນເມືອຂອງຊາວເຜົ່າຢ້າວ. ພວກຂ້າພະເຈົ້າຫວັງວ່າ ແຂກມາຢາມ ຕາຟິນ ໄດ້ຄົ້ນຫາວັດທະນະທຳຕົວຈິງຂອງຊາວເຜົ່າຢ້າວ”.

ສະຫະກອນ ຕາຟິນສີຂຽວດ້ວຍເຂດຊີວະພາບ ເວື່ອນດ໊າ ໄດ້ຮັບການຮອງແມ່ນຜະລິດຕະພັນຂອງໂຄງການແຕ່ລະຕາແສງ ໜຶ່ງຜະລິດຕະພັນ OCOP ສີ່ດາວກ່ຽວກັບທ່ອງທ່ຽວບໍລິການທຳອິດຂອງແຂວງ ລ່າວກາຍ ແລະ ຮູບແບບທ່ອງທ່ຽວທຳມະຊາດ ສົມທົບກັບການຄົ້ນຫາກະສິກຳສີຂຽວ ພວມດຶງດູດແຂກທ່ອງທ່ຽວ. ມາແຫ່ງນີ້ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳຂອງປະຊາຊົນ ດ້ວຍວາດຟ້ອນສຽງແຄນຂອງຊາວເຜົ່າມົ້ງ, ຮັບຟັງຂັບປ໊າວຢຸງ ພ້ອມກັບທຳນອງເພງພື້ນເມືອງຂອງຊາວເຜົ່າຢ້າວ… ທ່ານ ເຈິ່ນຈີ໊ແທັ່ງ ຫົວໜ້າສະຫະກອນ ຕາຟິນສີຂຽວ ໃຫ້ຮູ້ວ່າ:

 “ພ້ອມກັບຄວາມງາມທຳມະຊາດ, ຈຸດວັດທະນະທຳທີ່ເປັນເອກະລັກ ນັ້ນແມ່ນສິ່ງທີ່ດຶງດູດແຂດທ່ອງທ່ຽວ. ພວກຂ້າພະເຈົ້າຄາດວ່າຈະເປີດຫ້ອງວາງສະແດງ. ຖ້າຫາກວ່າ ແຂກທ່ອງທ່ຽວບໍ່ມີເວລານານ ມາຊອກຮູ້ເລິກກ່ຽວກັບວັດທະນະທຳຂອງປະຊາຊົນຢູ່ແຫ່ງນີ້, ກໍ່ຜ່ານວັດຖຸພັນທີ່ພວກຂ້າພະເຈົ້າວາງສະແດງພ້ອມກັບຄຳແນະນຳຂອງຜູ້ນຳທ່ຽວຊົມ ກໍ່ຈະສາມາດຊ່ວຍເຂົ້າໃຈກ່ຽວກັບວັດທະນະທຳຂອງປະຊາຊົນຢູ່ແຫ່ງນີ້ສ່ວນໃດສ່ວນໜຶ່ງ”.

 ການເຄື່ອນໄຫວທ່ອງທ່ຽວຊຸມຊົນ ກໍ່ມີລາຄາບໍລິການທີ່ເໝາະສົມ ມີຄຸນນະພາບນັບມື້ນັບສູງ ດັ່ງນັ້ນຈຳນວນແຂກທ່ອງທ່ຽວມາທ່ຽວຢູ່ ຕາຟິນສີຂຽວ ໄດ້ບັນລຸ 20.000 ຫາ 30.000 ເທື່ອຄົນຕໍ່ປີ. ນາງ ເຈິ່ງເງິນຮວ່ານ  ແຂກທ່ອງທ່ຽວມາຈາກ ມາເລເຊຍ ແລະ ເພື່ອນ ເຈິ່ນລຶກ ຢູ່ ຮ່າໂນ້ຍ ໃຫ້ຮູ້ວ່າ:

 “ຂ້າພະເຈົ້າຮູ້ສຶກວ່າ ຊາປາ ເປັນໜ້າຈັບໃຈອີ່ຫຼີ, ທິວທັດທຳມະຊາດງົດງາມ, ຊາວທ້ອງຖິ່ນມີຄວາມຮັກແພງແຂກ, ສິ່ງແວດລ້ອມກໍ່ປອດໄພທີ່ສຸດ”

“ນ້ອງກໍ່ໄດ້ຄົ້ນຫາຢູ່ຕາມເສັ້ນທາງໝູ່ບ້ານ ໄດ້ຄົ້ນຫາວັດທະນະທຳບັນດາເຜົ່າ ໄດ້ອາບນ້ຳຢາສະໝູນໄພ ກໍ່ຮູ້ສຶກສະບາຍໃຈທີ່ສຸດ”.

   ປັດຈຸບັນ ຊາປາ ພວມສຸມໃສ່ສ້າງຜະລິດຕະພັນທ່ອງທ່ຽວຄົ້ນຫາວັດທະນະທຳຕິດພັນກັບທ່ອງທ່ຽວຊຸມຊົນ ໃນນັ້ນສຸມແຫຼ່ງກຳລັງທຶນຢູ່ 5 ສະຖານທີ່ທ່ອງທ່ຽວຊຸມຊົນ ຕາມມາດຕະຖານຂອງ ອາຊຽນ ຕິດພັນກັບຈຸດພິເສດສະເພາະຂອງ 5 ເຜົ່າສ່ວນໜ້ອຍໃນບໍລິເວນເທດສະບານ ນັ້ນແມ່ນເຜົ່າມົ້ງ ເຜົ່າຢ້າວ ເຜົ່າໄຕ່ ເຜົ່າ ໄຢ໊ ແລະ ສາພໍ; ສ້າງບັນດາຮູບແບບທ່ອງທ່ຽວຊຸມຊົນຄຸນນະພາບສູງ ດ້ວຍການນຳໃຊ້ຫີນ ໄມ້ ໄມ້ໄຜ່ ພ້ອມທັງເອົາໃຈໃສ່ອະນຸລັກຮັກສາ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງປະຊາຊົນ. ທ່ານ ໂດ໊ວັນເຕິນ ຮອງປະທານຄະນະກຳມະການປະຊາຊົນເທດສະບານ ຊາປາ ໃຫ້ຮູ້ວ່າ:

“ຊາປາພວມສ້າງບັນດາຜະລິດຕະພັນທ່ອງທ່ຽວຕາມທິດຫຼາຍຮູບຫຼາຍສີ ແລະ ອຸດົມສົມບູນ. ພວກຂ້າພະເຈົ້າມີການທ່ອງທ່ຽວຄົ້ນຫາວັດທະນະທຳ ຕິດພັນກັບການທ່ອງທ່ຽວຊຸມຊົນ, ບັນດາຜະລິດຕະພັນທ່ອງທ່ຽວຄົ້ນຫາ  ກິລາພະຈົນໄພ, ທ່ອງທ່ຽວທຳມະຊາດຕິດພັນກັບການຄົ້ນຫາຢູ່ຕາມສວນຕົ້ນຢາສະໝູນໄພ, ພັດທະນາບັນດາຜະລິດຕະພັນທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ…”

 ການທ່ອງທ່ຽວຊຸມຊົນຕິດພັນກັບການຄົ້ນຫາວັດທະນະທຳຂອງປະຊາຊົນບັນດາເຜົ່າ ໄດ້ຊ່ວຍ ຊາປາ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ. ພ້ອມກັນນັ້ນ ຊາປາ ກໍ່ພວມສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ມີຫຼາຍຮູບຫຼາຍສີ ທັງຊ່ວຍອະນຸລັກຮັກສາເສີມຂະຫຍາຍຄຸນຄ່າວັດທະນະທຳ ປະກອບສ່ວນຊ່ວຍຂະແໜງທ່ອງທ່ຽວ ຊາປາພັດທະນາແບບຍືນຍົງ. 

ຕອບກັບ