ກວ໋າງນິງສ້າງບັນດາຜະລິດຕະພັນທ່ອງທ່ຽວເພື່ອດຶງດູດແຂກທ່ອງທ່ຽວ

Vinh Phong
Chia sẻ
(VOVWORLD) -ເພື່ອກະຕຸ້ນຄວາມຕ້ອງການໃນຕະຫຼາດ, ແຂວງກວ໋າງນິງພວມສ້າງບັນດາຜະລິດຕະພັນທ່ອງທ່ຽວເພື່ອຮັບໃຊ້ແຂທ່ອງທ່ຽວໃນລະດູທ່ອງທ່ຽວປີນີ້. ບັນດາຜະລິດຕະພັນທ່ອງທ່ຽວນີ້    ສຸມໃສ່ຂຸດຄົ້ນທ່າແຮງກ່ຽວກັບເງື່ອນໄຂທຳມະຊາດ ວັດທະນະທຳຂອງບັນດາທ້ອງຖິ່ນຄືວັດທະນະທຳ, ງານບຸນ, ການທ່ອງທ່ຽວທຳມະຊາດ,  ກິລາພະຈົນໄພ, ການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບລະດັບສູງ
ກວ໋າງນິງສ້າງບັນດາຜະລິດຕະພັນທ່ອງທ່ຽວເພື່ອດຶງດູດແຂກທ່ອງທ່ຽວ - ảnh 1ເກາະໂກໂຕ

     ແຂວງກວ໋າງນິງໄດ້ຮັບຖືວ່າເປັນ “ປະເທດຫວຽດນາມຮັດແຄບ”. ເຂດທະເລແລະໝູ່ເກາະຂອງກວ໋າງນິງແມ່ນເຂດທີ່ມີພູມີສັນຖານເປັນເອກະລັກດ້ວຍເກາະຫຼາຍກວ່າ 2.000 ໜ່ວຍລຽບຕາມທາງແຄມທະເລຍາວ 250 ກິໂລແມັດ. ແຂວງມີຊັບພະຍາກອນທ່ອງທ່ຽວເປັນເອກະລັກອັນດັບໜຶ່ງໃນທົ່ວປະເທດດ້ວຍບັນດາປູຊະນີຍະສະຖານແລະທິວທັດທຳມະຊາດທີ່ລືຊື່. ນອກຈາກສະຖານທີ່ທ່ອງທ່ຽວທີ່ລືຊື່ຄືອ່າວຮະລອງ, ວັດອຽນຕື໋,ເຂດທ່ອງທ່ຽວຈ໋າໂກ໋, ເກາະໂກໂຕ... ໃນຊຸມປີມໍ່ໆມານີ້ແຂວງກວ໋ງນິງ ຍັງເປັນສະຖານທີ່ທ່ອງທ່ຽວທີ່ດູດື່ມສຳລັບການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບລະດັບສູງ ດ້ວຍການບໍລິການລະດັບສາກົນຢູ່ບັນດາເຂດຣີສອດ. ທ່ານເລຈ້ອງແທັງ ຮອງຜູ້ອຳນວຍການໃຫຍ່ບໍລິສັດຮຸ້ນສ່ວນພັດທະນາຕຸ່ງເລິມໃຫ້ຮູ້ວ່າ:

     “ເປັນໜ້າພາກພູມໃຈທີ່ສຸດເມື່ອພວກຂ້າພະເຈົ້າໄດ້ຕອນຮັບແຂກມາຈາກອິນເດຍຈີນແລະມີທັງແຂກເອີລົບ, ທະວີບອາເມລິກາທີ່ໄດ້ມານີ້ພັກຜ່ອນບຳລຸງສຸຂະພາບສິ່ງນີ້ໄດ້ສະແດງໃຫ້ເຫັນວ່າການບໍລະການຂອງ ອຽນຕື໋ ສາມາດຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວລະດັບສູງໂດຍພື້ນຖານ, ພວກຂ້າພະເຈົ້າພວມຝາກຄວາມຫວັງຕໍ່ຈຳນວນແຂກທ່ອງທ່ຽວສາກົນທີ່ມີການໃຊ້ຈ່າຍສູງແລະ ພັກຜ່ອນຫຼາຍວັນຂອງແຂກທ່ອງທ່ຽວຈາກບັນດາປະເທດອາຊີຕາເວັນອອກສຽງເໜືອຄືຍີ່ປຸ່ນ, ໄຕ້ຫວັນປະເທດຈີນ”.

     ໃນລະດູທ່ອງທ່ຽວປີນີ້ ກວ໋າງນິງໄດ້ຍູ້ແຮງບັນດາລາຍການໂຄສະນາຈັດຕັ້ງເກືອບ 200 ເຫດການກິດຈະກຳລາຍການກະຕຸ້ນການທ່ອງທ່ຽວ. ການຮັກສາ
ເປີດກວ້າງລະບົບບັນດາເຫດການນີ້ ແມ່ນເພື່ອແນໃສ່ສ້າງພາບພົດແຂວງ ກວ໋າງນິງທີ່ຟົດຟື້ນມ່ວນຊື່ນດູດດື່ມສຳລັບແຂກທ່ອງທ່ຽວສາກົນ ເຊິ່ງແມ່ນດິນແດນທີ່ຂະຫຍັນຂັນເຄື່ອນໃນການພັດທະນາເສດຖະກິດສັງຄົມ ແລະວັດທະນະທຳ. ຜ່ານນັ້ນສ້າງຂີດໝາຍອັນດີງາມກ່ຽວກັບກວ໋າງນິງໃນຈິດໃຈແຂກທ່ອງທ່ຽວ. ມີແຂກທ່ອງທ່ຽວບາງຄົນ ໃຫ້ຮູ້ວ່າ:

      “ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢາມແຂວງກວ໋າງນິງ ໃນການເດີນທາງຄັ້ງນີ້ ຂ້າພະເຈົ້າມີຄວາມປະທັບໃຈ ແລະ ເພິ່ງພໍໃຈທີ່ສຸດອາຫານການກິນກໍ່ແຊບຫຼາຍທິວທັດທຳມະຊາດກໍ່ງົດງາມທີ່ສຸດ”.

     “ອ່າວຮະລອງແມ່ນສະຖານທີ່ທ່ອງທ່ຽວທີ່ລືຊື່.ພາຍຫຼັງຢ້ຽມຊົມອ່າວຮະລອງໄດ້ຮັບຊົມຄວາມງາມທີ່ຍອດຍິ່ງ.ຂ້າພະເຈົ້າຍັງໄດ້ຄົ້ນຫາຄຸ້ມຖະໜົນຍ່າງຢູ່ ຮະລອງ.ອາກາດຢູ່ ກວ໋າງນິງປອດໂປ່ງເຢັນສະບາຍຖະໜົນຫົນທາງກໍ່ມີຄົນມາເລາະຫຼິ້ນຢ່າງຄຶກຄື້ນມ່ວນຊື່ນ”.

      ກວ໋າງນິງຍັງແມ່ນດິນແດນທີ່ຮູ້ຈັກກັນດີດ້ວຍພື້ນຖານວັດທະນະທຳເປັນເອກະລັກແລະຫຼາຍງານບຸນຖືກຈັດຂຶ້ນໃນແຕ່ລະປີ.ແຕ່ລະງານບຸນກໍ່ສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາຢ້ຽມຊົມຍົກຕົວຢ່າງງານບຸນອຽນຕື໋; ງານບຸນວັດບາຫວ່າງ; ງານບຸນວິຫານເກື໋ອອົງ; ງານບຸນດອກສະກຸຣະກວ໋າງນິງ... ນາງຈິ້ງທິແທັງ ແຂກທ່ອງທ່ຽວມາຈາກນະຄອນໂຮ່ຈີມິນແບ່ງປັນວ່າ:

     “ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາທ່ອງທ່ຽວຢູ່ ບິ່ງລຽວ ຂ້າພະເຈົ້າມີຄວາມຕົກສະເງິທີ່ສຸດ. ນີ້ກໍ່ເປັນຄັ້ງທຳອິດທີ່ຂ້າພະເຈົ້າຮູ້ຈັກເຖິງດອກໂອເລເຟຣາດ້ວຍກີບດອກຂາວໝໍ່ເຫຼືອງບາງໆ ແຕ່ມີຄວາມງົດງາມໃນທ່າມກາງເນື້ອທີ່ປ່າທີ່ກວ້າງໃຫຍ່ໄພສານ. ນີ້ແມ່ນດິນແດນທີ່ມີຊາວເຜົ່າສ່ວນໜ້ອຍດຳລົງຊີວິດຢ່າງ ຫຼວງຫຼາຍ ມີຈຸດວັດທະນະທຳທີ່ແຕກຕ່າງກັນ”

      ແຂວງກວ໋າງນິງໄດ້ວາງຄາດໝາຍປີນີ້ ຈະຕ້ອນຮັບແຂກທ່ອງທ່ຽວ 15 ລ້ານເທື່ອຄົນໃນນັ້ນມີແຂກສາກົນ 2 ລ້ານເທື່ອຄົນ. ເພື່ອປະຕິບັດຄາດໝາຍນີ້ໃຫ້ປາກົດຜົນເປັນຈິງ, ນັບແຕ່ເມື່ອຫວຽດນາມເປີດປະຕູຕ້ອນຮັບແຂກທ່ອງທ່ຽວ, ກວ໋າງນິງໄດ້ເປັນເຈົ້າການກະກຽມພື້ນຖານດ້ານວັດຖຸ. ກວ໋າງນິງໄດ້ຜັນຂະຫຍາຍບັນດາກິດຈະກຳ  ເພື່ອກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນຕະຫຼອດປີດ້ວຍການພັດທະນາບັນດາຜະລິດຕະພັນທ່ອງທ່ຽວໃໝ່. ທ່ານຈິ້ງວັນແທັງ ຮອງຫົວໜ້າພະແນກທ່ອງທ່ຽວແຂວງກວ໋າງນິງໃຫ້ຮູ້ວ່າ:

     “ພວກຂ້າພະເຈົ້າໄດ້ເຊີນເອກອັກຄະລັດຖະທູດບັນດາປະເທດມີຈຳນວນນັກທ່ອງທ່ຽວມາທ່ຽວກວ໋າງນິງຢ່າງຫຼວງຫຼາຍຄືຈີນ, ສ ເກົາຫຼີ, ຍີ່ປຸ່ນ... ໄດ້ສົ່ງແຂກທ່ອງທ່ຽວມາກວ໋າງນິງນັ້ນແມ່ນບັນດາວິສາຫະກິດຢູ່ບັນດາຕົວເມືອງໃຫຍ່ຄືນະຄອນຫຼວງຮ່າໂນ້ຍ, ນະຄອນໂຮ່ຈີມິນ, ນະຄອນດ່າໜັງກໍ່ຄືເຊື້ອເຊີນບັນດາວິສາຫະກິດໃຫຍ່ມາແລກປ່ຽນປຶກສາຫາລື”.

      ການສ້າງຜະລິດຕະພັນທ່ອງທ່ຽວ, ເພີ່ມທະວີການຮ່ວມສຳພັນເຂດ, ເປີດກວ້າງຊອກຫາຕະຫຼາດຕ່າງປະເທດໄດ້ ແລະພວມຊ່ວຍກວ໋າງນິງຂຸດຄົ້ນທ່າແຮງ, ຄຸນຄ່າທີ່ດີກ່ຽວກັບທິວທັດທຳມະຊາດຄຸນຄ່າວັດທະນະທຳປະຫວັດສາດຂອງທ້ອງຖິ່ນມຸ່ງໄປສູ່ເຄື່ອງໝາຍທ່ອງທ່ຽວກວ໋າງນິງໃນໄລຍະທີ່ຈະມາເຖິງ.

ຕອບກັບ