ໝູນໃຊ້ສັນຍາ EVFTA ເພື່ອສ້າງເຄື່ອງໝາຍການຄ້າສິນຄ້າ

Chia sẻ
(VOVWORLD) - ໃນ 2 ປີຜ່ານມາ, ວົງເງິນການສົ່ງອອກຂອງ ຫວຽດນາມ ໄປຍັງ ອີຢູ ກໍ່ບັນລຸປະມານ 83 ຕື້ USD ດ້ວຍລະດັບການເຕີບໂຕປະມານ 15%. EVFTA ມີການກະທົບຫຼາຍຢ່າງເຖິງການສົ່ງອອກ - ນຳເຂົ້າ
ໝູນໃຊ້ສັນຍາ EVFTA ເພື່ອສ້າງເຄື່ອງໝາຍການຄ້າສິນຄ້າ - ảnh 1ໂອ້ລົມສົນທະນາ ກ່ຽວກັບການໝູນໃຊ້ສັນຍາ EVFTA (ພາບ:Bộ Công Thương)

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ ກ່ຽວກັບການໝູນໃຊ້ສັນຍາ EVFTA ເພື່ອສ້າງເຄື່ອງໝາຍການຄ້າຂະແໜງສິນຄ້າໂດຍໜັງສືພິມອຸດສາຫະກຳ - ການຄ້າ ຈັດຂຶ້ນໃນວັນທີ 8 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມສົ່ງອອກ - ນຳເຂົ້າ (ຂຶ້ນກັບກະຊວງອຸດສາຫະກຳ - ການຄ້າ) ຖືວ່າ: ພາຍຫຼັງປະຕິບັດມາເປັນເວລາ 2 ປີ, ສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ (EVFTA) ໄດ້ສ້າງກຳລັງໜູນທີ່ດີໃຫ້ແກ່ການເຄື່ອນໄຫວສົ່ງອອກຂອງ ຫວຽດນາມ. ພິເສດ, ໃນ 2 ປີຜ່ານມາ, ວົງເງິນການສົ່ງອອກຂອງ ຫວຽດນາມ ໄປຍັງ ອີຢູ ກໍ່ບັນລຸປະມານ 83 ຕື້ USD ດ້ວຍລະດັບການເຕີບໂຕປະມານ 15%. EVFTA ມີການກະທົບຫຼາຍຢ່າງເຖິງການສົ່ງອອກ - ນຳເຂົ້າ ຍ້ອນ ອີຢູແມ່ນຕະຫຼາດຈຳໜ່າຍຫຼາຍຜະລິດຕະພັນຂອງ ຫວຽດນາມ, ໃນນັ້ນ, ມີບັນດາຜະລິດຕະພັນຄືສິນໃນນ້ຳ, ເຂົ້າສານ ແລະ ກໍ່ແມ່ນຕະຫຼາດບໍລິໂພກຫຼາຍຜະລິດຕະພັນອຸດສາຫະກຳຫຼາຍຮູບຫຼາຍແບບ.

        ທ່ານ ໂງຈູງແຄ໊ງ, ຮອງຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ (ກະຊວງອຸດສາຫະກຳ ແລະ ການຄ້າ) ເນັ້ນໜັກວ່າ: ວິສາຫະກິດ ຫວຽດນາມ ໄດ້ໝູນໃຊ້ຄວາມເປັນຫຼາຍຮູບແບບຈາກ EVFTA, ບັນດາປະເພດສິນຄ້າພາສີສູງ, ໄດ້ຫລຸດລົງຫຼາຍຄື: ຜັກ, ໝາກໄມ້, ສິນໃນນ້ຳລ້ວນແຕ່ມີການເຕີບໂຕທີ່ດີ. ພິເສດ, ເຖິງວ່າ ອີຢູ ແມ່ນຕະຫຼາດທີ່ມີການກວດກາທາງດ້ານເຕັກນິກລະອຽດກໍ່ຕາມ, ແຕ່ວິສາຫະກິດຍັງຄົງຕອບສະໜອງຄວາມຮຽກຮ້ອງຕ້ອງການສູງເພື່ອເຊື່ອມຕົວເຂົ້າກັບຕະຫຼາດໄດ້. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຈິນຕະນາການຂອງວິສາຫະກິດ ຫວຽດນາມ ມີການປ່ຽນແປງ ເພື່ອຕອບສະໜອງຄວາມຕ້ອງການຂອງ ອີຢູ ແລະ ນຳສິນຄ້າເຂົ້າຕະຫຼາດຢ່າງມີແບບມີແຜນ.

ຕອບກັບ