ໜັງສືພິມສ.ເກົາຫຼີ: ນັກຊ່ຽວຊານອາເມລິກາກ່າວປະນາມການກະທຳຂອງຈີນຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ

Chia sẻ
(VOVWORLD) -ການກະທຳຂອງຈີນ ທີ່ນຳກ່ຳປັ່ນ ໄຮ້ຢາງ 8 ເຂົ້າໄປສຳຫຼວດຢູ່ເຂດ ບ໋າຍຕືຈິ໊ງ ຂອງຫວຽດນາມ ນັ້ນແມ່ນສິ່ງທີ່ຈະແຈ້ງແລ້ວວ່າໄດ້ລະເມີດກົດໝາຍສາກົນ.
ໜັງສືພິມສ.ເກົາຫຼີ: ນັກຊ່ຽວຊານອາເມລິກາກ່າວປະນາມການກະທຳຂອງຈີນຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ - ảnh 1(ພາບປະກອບ: TTXVN)

ເວັບໄຊ m.newsrime.co.kr ຂອງສ.ເກົາຫຼີ ຫາກໍ່ລົງບົດຂຽນຄັດສະເໜີຂໍ້ສັງເກດຂອງນັກຊ່ຽວຊານ Ryan Martison, ຮອງສາດສະດາຈານຂອງສະຖາບັນການຮົບກອງທັບເຮືອອາເມລິກາ,  ຖືວ່າ ການກະທຳຂອງຈີນ ທີ່ນຳກ່ຳປັ່ນ ໄຮ້ຢາງ 8 ເຂົ້າໄປສຳຫຼວດຢູ່ເຂດ ບ໋າຍຕືຈິ໊ງ ຂອງຫວຽດນາມ ນັ້ນແມ່ນສິ່ງທີ່ຈະແຈ້ງແລ້ວວ່າໄດ້ລະເມີດກົດໝາຍສາກົນ. ຫວຽດນາມ ໄດ້ຮຽກຮ້ອງໃຫ້ກ່ຳປັ່ນສຳຫຼວດຂອງຈີນ ຖອນອອກຈາກເຂດເສດຖະກິດຈຳເພາະ (EEZ) ຂອງຫວຽດນາມ ເປັນຫຼາຍຄັ້ງແລ້ວ. ຕາມທ່ານ Ryan Martison ແລ້ວ, ຈີນ ໄດ້ລະເມີດເຂດ EEZ ຂອງຫວຽດນາມ ຢ່າງຜິດກົດໝາຍ ເຊິ່ງໄດ້ກຳນົດຕາມກົດໝາຍສາກົນ. ທ່ານຢືນຢັນວ່າ ບ໋າຍຕືຈິ໊ງ ບໍ່ຂຶ້ນກັບເຂດ EEZ ແລະ ໄຫຼ່ທະວີບຂອງຈີນ ຫາກຂຶ້ນກັບເຂດ EEZ ແລະ ໄຫຼ່ທະວີບນອນໃນ 200 ໄມທະເລຂອງຫວຽດນາມ ເຊິ່ງໄດ້ຍົກອອກໃນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982. ທ່ານ Ryan Martison ກໍ່ຖືວ່າ, ຈີນ ແມ່ນກຳມະການປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ພວມດຳລົງບັນດາຕຳແໜ່ງຄື: ເປັນຜູ້ພິພາກສາສານຍຸຕິທຳສາກົນ, ມີຜູ້ພິພາກ 1 ຄົນໃນຈຳນວນ 15 ສາພວມເຮັດວຽກຢູ່ສານຍຸຕິທຳສາກົນ, 1 ໃນຈຳນວນ 21 ຜູ້ພິພາກສາຢູ່ສານກົດໝາຍວ່າດ້ວຍທະເລສາກົນ. ເຖິງຢ່າງໃດກໍ່ຕາມ, ຈີນ ໄດ້ປະຕິເສດການແກ້ໄຂການຂັດແຍ້ງຢ່າງຕໍ່ເນື່ອງຢູ່ອົງການປະຕິບັດກົດໝາຍສາກົນ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ. ນັກຊ່ຽວຊານ Ryan Martison ເນັ້ນໜັກວ່າ, ຕາມທຳນຽມກົດໝາຍສາກົນແລ້ວ, ວິທີແກ້ໄຂຢ່າງມີປະສິດທິຜົນທີ່ສຸດທີ່ກ່ຽວຂ້ອງເຖິງອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານ ແມ່ນຕ້ອງເຄົາລົບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ເຊິ່ງຫຼາຍປະເທດໄດ້ຮັບຮອງເອົາ.

ຕອບກັບ