ໜັງ​ສື​ພິມ ອິນ​ເດຍ: VinFast ໃກ້​ຈະ​ແຊກ​ຊຶ​ມ​ເຂົ້າ​ຕະຫຼາດ ອິນ​ເດຍ

Chia sẻ
(VOVWORLD) - VinFast Auto - ບໍລິສັດຜະລິດລົດໂອໂຕໄຟຟ້າ ຫວຽດນາມ, ຈະແຊກຊຶມເຂົ້າຕະຫຼາດ ລົດໂອໂຕ ອິນເດຍ ໃນໄລຍະຈະມາເຖິງ, ໃນນັ້ນ ອາດຈະເປີດໂຮງງານຢູ່ປະເທດອາຊີໃຕ້ນີ້. 
ໜັງ​ສື​ພິມ ອິນ​ເດຍ: VinFast ໃກ້​ຈະ​ແຊກ​ຊຶ​ມ​ເຂົ້າ​ຕະຫຼາດ ອິນ​ເດຍ - ảnh 1ບົດຂຽນໃນໜັງສືພິມ Economic Times ອອກວັນທີ 3 ຕຸລາ (ພາບ: VOV)

ບໍລິສັດ VinFast ຈະເປີດຕົວລົດໂອໂຕໄຟຟ້າ 3 ຍີ່ຫໍ່ຢູ່ຕະຫຼາດທີ່ມີປະຊາກອນ 1,4 ຕື້ ຄົນນີ້ ໃນເດືອນເມສາ 2024. ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ອອກໃນໜັງສືພິມ ເສດຖະກິດ ທາມ (Economic Times) ຂອງ ອິນເດຍ ໃນວັນທີ 03 ຕຸລາ.

        ບົດຂຽນໃນໜັງສືພິມ Economic Times ໃຫ້ຮູ້ວ່າ VinFast ຖື ອິນເດຍ ເປັນຕະຫຼາດແຖວໜ້າກ່ຽວກັບລົດໂອໂຕພວງມາໄລຂວາ; ໃນຂະນະທີ່ຄາດຄະເນວ່າ ທະວີບອາຊີ ຈະແມ່ນຈຸດສຸມຂອງຕະຫຼາດລົດໂອໂຕທົ່ວໂລກໃນຮອບ 3 – 5 ປີຈະມາເຖິງ. ຫວ່າງແລ້ວນີ້, ການນຳຂອງ VinFast ໄດ້ພົບປະກັບບໍລິສັດຂາຍຍ່ອຍລົດໂອໂຕ 25 ແຫ່ງຂອງ ອິນເດຍ ເພື່ອປຶກສາຫາລືກ່ຽວກັບການສ້າງຕັ້ງສາຂາຈຳໜ່າຍຢູ່ຕະຫຼາດລົດໂອໂຕແຫ່ງທີ 3 ໃນໂລກນີ້. ປັດຈຸບັນ, VinFast ໄດ້ເລີ່ມຮັບສະໝັກພະນັກງານໃຫ້ຫ້ອງການໃກ້ຈະເປີດຢູ່ນະຄອນ Gurgaon, ລັດ Haryana.

ຟານຕຸງ - ນັກຂ່າວ VOV ປະຈຳ ອິນເດຍ

ຕອບກັບ