ການ​ນຳ​ພັກ, ລັດ ເຂົ້າ​ສຸ​ສານ​ໄຫວ້​ອາ​ໄລ​ປະ​ທານ ໂຮ່​ຈີ​ມິນ

Chia sẻ
(VOVWORLD) -  ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນຳໜ້າ ໄດ້ເຂົ້າສຸສານວາງພວງມາລາໄຫວ້ອາໄລປະທານ ໂຮ່ຈີມິນ. 
ການ​ນຳ​ພັກ, ລັດ ເຂົ້າ​ສຸ​ສານ​ໄຫວ້​ອາ​ໄລ​ປະ​ທານ ໂຮ່​ຈີ​ມິນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນຳໜ້າ ຄະນະຜູ້ແທນເຂົ້າສຸສານວາງພວງມາລາໄຫວ້ອາໄລປະທານ ໂຮ່ຈີມິນ (ພາບ: VGP)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ ຄົບຮອບ 134 ປີ (19/05/1890 – 19/05/2024), ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນຳໜ້າ ໄດ້ເຂົ້າສຸສານວາງພວງມາລາໄຫວ້ອາໄລປະທານ ໂຮ່ຈີມິນ ແລະ  ຖະຫວາຍທູບທຽນ, ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີບັນດາຮັກຮົບເສຍສະຫຼະຊີວິດເພື່ອຊາດໃນຖະໜົນ ບັກເຊີນ.

        ໂດຍຢືນຢູ່ຕໍ່ໜ້າດວງວິນຍານຂອງປະທານໂຮ່ຈີມິນ, ຄະນະຜູ້ແທນ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຄວາມອາໄລອາວອນຢ່າງເຄົາລົບນັບຖືຕໍ່ຄຸນງາມຄວາມດີຂອງປະທານໂຮ່ຈີມິນ ທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຊາດ ຫວຽດນາມ.

ຕອບກັບ