ໄທແລະລາວ ປຶກສາຫາລືກ່ຽວກັບການກຳນົດເສັ້ນຊາຍແດນ

Chia sẻ
(vovworld)- ວັນ​ທີ 15/8, ​ໄທ ​ແລະ ລາວ​ໄດ້​ຈັດ​ກອງ​ປະຊຸມ​ຄະນະກຳມະການ​ຊາຍ​ແດນ​ປະສົມ​ຄັ້ງ​ທີ 9 ຢູ່ ບາງກອກ ປະ​ເທດ​ໄທເພື່ອ​ແນ​ໃສ່​ແກ້​ໄຂ​ບັນຫາ​ກຳນົດ​ເສັ້ນ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ...

 

ໄທແລະລາວ ປຶກສາຫາລືກ່ຽວກັບການກຳນົດເສັ້ນຊາຍແດນ - ảnh 1


(vovworld)- ວັນ​ທີ 15/8, ​ໄທ ​ແລະ ລາວ​ໄດ້​ຈັດ​ກອງ​ປະຊຸມ​ຄະນະກຳມະການ​ຊາຍ​ແດນ​ປະສົມ​ຄັ້ງ​ທີ 9 ຢູ່ ບາງກອກ ປະ​ເທດ​ໄທ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນຫາ​ກຳນົດ​ເສັ້ນ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ໄທ ສຸຣາພົງ ​ໂຕ​ວິຈັກ​ໄຊກຸນ ​ແລະ ຄູ່​ຕຳ​ແຫນ່​ງ ລາວ, ທ່ານ​ທອງ​ລຸນ ສີ​ສຸ​ລິດ ​ເປັນ​ປະທານ​ຮ່ວມ. ທີ່​ກອງ​ປະຊຸມ, ຝ່າຍ​ໄທ ​ໄດ້​ສະ​ເຫ​ນີມາດ​ຕະການ​ອະນຸຍາດ​ໃຫ້​ຝ່າຍ​ທີ 3 ​ເຂົ້າ​ຮ່ວມ​ການ​ຫນູນ​ຊ່ວຍ​ແກ້​ໄຂ​ບັນຫາ​ທີ່​ຍັງ​ຄ້າງ​ຄາ. ກ່າວຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມກັບ​ຄູ່​ຕຳ​ແຫນ່​ງ ລາວ ຫລັງ​ກອງ​ປະຊຸມ, ທ່ານ ຮອງ​ນາຍົກລັດຖະມົນຕີ ​ໄທ ສຸຣາພົງ ​ໃຫ້​ຮູ້​ວ່າ: ສອງ​ຝ່າຍ​ໄດ້​ເຫັນ​ດີ​ກຳນົດ​ເສັ້ນ​ຊາຍ​ແດນ​ທາງບົກ​ໃຫ້​ສຳ​ເລັດ​ໃນ​ປີ 2015 ​ແລະ ກຳນົດ​ເສັ້ນ​ຊາ​ຍ​ແດນ​ທາງ​ນ້ຳ​ໃຫ້​ສຳ​ເລັດ​ໃນ​ປີ 2017. ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ເນັ້ນ​ຫນັກ​ວ່າ: ​ການ​ກຳນົດ​ເສັ້ນ​ຊາຍ​ແດນ​ຈະ​ຊ່ວຍ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.