ໄທ ຍູ້​ແຮງ​ການ​ຊ​ອກ​ຫາ​ລູກ​ເຮືອ 23 ຄົນ ທີ່​ຫາຍ​ສາບ​ສູນຈາກ​ເຫດ​ກ່ຳ​ປັ່ນ​​ທະ​ຫານ​ເຮືອ​ຈົມ​ນ້ຳ

Chia sẻ
(VOVWORLD) -ກອງທັບເຮືອ ໄທ ໄດ້ຈັດສົ່ງກ່ຳປັ່ນ 4 ລຳ ພ້ອມດ້ວຍ ເຮືອບິນ 2 ລຳ ແລະ ເຮືອບິນ ເຮລີກອັບແຕ 4 ລຳ ເພື່ອຊອກຫາຜູ້ຫາຍສາບສູນ, ແຕ່ດິນຟ້າອາກາດເກີດມີລົມພັດແຮງ ໄດ້ກີດຂວາງການເຮັດວຽກງານຂອງທີມກູ້ໄພກູ້ຊີບສ່ວນໃດສ່ວນໜຶ່ງ.
ໄທ ຍູ້​ແຮງ​ການ​ຊ​ອກ​ຫາ​ລູກ​ເຮືອ 23 ຄົນ ທີ່​ຫາຍ​ສາບ​ສູນຈາກ​ເຫດ​ກ່ຳ​ປັ່ນ​​ທະ​ຫານ​ເຮືອ​ຈົມ​ນ້ຳ - ảnh 1ເຮືອບິນ ເຮລີກອັບແຕ ກຳລັງປະຕິບັດການຊອກຫາຜູ້ຫາຍສາບສູນ (ພາບ: AFP/TTXVN)

ວັນທີ 20 ທັນວາ, ບັນດາກຳລັງຮັບຜິດຊອບຂອງ ໄທ ໄດ້ປະກາດວ່າ ພົບເຫັນສາກສົບຂອງຜູ້ປະສົບເຄາະຮ້າຍ 6 ຄົນ ໃນເຫດກ່ຳປັ່ນປ້ອງກັນຊັ້ນລັດຕະນະໂດສິນ HTMS ສຸໂຂ ໄທ ຈົມນ້ຳ ຢູ່ອ່າວ ໄທ ໃນຄ່ຳຄືນວັນທີ 18 ທັນວາ. ທ່ານ Choengchai Chomchoengpaet ຜູ້ບັນຊາການກອງທັບເຮືອແຫ່ງ ລາຊະອານາຈັກ ໄທ ກໍໃຫ້ຮູ້ວ່າ ມາຮອດປັດຈຸບັນ, ກຳລັງກູ້ໄພສາມາດຊ່ວຍໄດ້ 76 ໃນຈຳນວນ 105 ຄົນ ທີ່ຢູ່ໃນກ່ຳປັ່ນລຳດັ່ງກ່າວ; ແຕ່ຍັງມີທະຫານ 23 ຄົນ ຖືກຫາຍສາບສູນ. ກອງທັບເຮືອ ໄທ ໄດ້ຈັດສົ່ງກ່ຳປັ່ນ 4 ລຳ ພ້ອມດ້ວຍ ເຮືອບິນ 2 ລຳ ແລະ ເຮືອບິນ ເຮລີກອັບແຕ 4 ລຳ ເພື່ອຊອກຫາຜູ້ຫາຍສາບສູນ, ແຕ່ດິນຟ້າອາກາດເກີດມີລົມພັດແຮງ ໄດ້ກີດຂວາງການເຮັດວຽກງານຂອງທີມກູ້ໄພກູ້ຊີບສ່ວນໃດສ່ວນໜຶ່ງ.

ນັກຂ່າວ VOV ປະຈຳ ໄທ

ຕອບກັບ