ໄຂສັບປະດາແຟຊັນສາກົນເປັນຄັ້ງທຳອິດຈັດຕັ້ງຢູ່ຫວຽດນາມ

Chia sẻ
ຕອນ​ຄ່ຳ​ວັນ​ທີ 1/12, ສັບ​ປະ​ດາ​ແຟ​ຊັນ​ສາ​ກົນ (Vietnam International Fashion Week 2014) ເປັນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ ຫວຽດ​ນາມ ​ທີ່​ນະ​ຄອນ ໂຮ່​ຈີ​ມິນ
ໄຂສັບປະດາແຟຊັນສາກົນເປັນຄັ້ງທຳອິດຈັດຕັ້ງຢູ່ຫວຽດນາມ - ảnh 1
ບັນ​ດາ​ຊຸດ​ອາ​ພອນ​ໂດຍ ກົງ​ຈີ໋ ອອກ​ແບບ
(ພາບ: Kiếng Cận)

(vovworld) - ຕອນ​ຄ່ຳ​ວັນ​ທີ 1/12, ສັບ​ປະ​ດາ​ແຟ​ຊັນ​ສາ​ກົນ (Vietnam International Fashion Week 2014) ເປັນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ ຫວຽດ​ນາມ ​ທີ່​ນະ​ຄອນ ໂຮ່​ຈີ​ມິນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ອັນ​ດັບ​ໜຶ່ງ​ໃນ​ຂົງ​ເຂດ​ອອກ​ແບບ​ແຟ​ຊັນ ຫວຽດ​ນາມ ແລະ ໂລກ ທີ່​ມາ​ຈາກ ຝ​ຣັ່ງ, ອີ​ຕາ​ລີ, ຍີ່​ປູ່ນ, ສ. ເກົາຫຼີ, ສິງ​ກາ​ໂປ, ໄທ… ໃນ​ສັບ​ປະ​ດາ​ແຕ່​ວັນ​ທີ 1 – 6/12, ຈະ​ແນະ​ນຳ​ບັນ​ດາ​ຊຸດ​ອາ​ພອນໃໝ່​ສຸດ​ໃນ​ໂລກ​ເຖິງ​ຕະຫຼາດ ຫວຽດ​ນາມ ຜ່ານ 17 ລາຍ​ການ​ສະ​ແດງ. ດ​ຣ Frank Cintamani, ປະ​ທານ FIDé Fashion Weeks, ປະ​ທານ​ຜູ້​ສ້າງ​ຕັ້ງ​ສະ​ຫະ​ສະ​ມາ​ຄົມ​ແຟ​ຊັນ ອາ​ຊີ, ໃຫ້​ຮູ້​ວ່າ: ສັບ​ປະ​ດາ​ແຟ​ຊັນ​ສາ​ກົນ ຫວຽດ​ນາມ ຈະ​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ແນ​ະ​ນຳ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ​ຂອງ​ນັກ​ອອກ​ແບບ ຫວຽດ​ນາມ​ພ້ອມ​ກັບ​ນັກ​ອອກ​ແບບ​ດີ​ເດັ່ນ​ຂອງ ອາ​ຊີ ແລະ ໂລກ. ຜ່ານນັ້ນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ປ່ຽນ​ແປງ ແລະ ພັດ​ທະ​ນາ​ຂອງ​ຕະຫຼາດ​ແຟ​ຊັນ ຫວຽດ​ນາມ ໃນ​ປະ​ຈຸ​ບັນ, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ແຂກ​ສາ​ກົນ​ຊອກ​ຮູ້​ບັນ​ດາ​ນັກ​ອອກ​ແບບ ຫວຽດ​ນາມ.