ໄຂວັນບຸນມໍລະດົກວັດທະນະທຳ ຫວຽດນາມ ຄັ້ງທີ IV -2023

Chia sẻ
(VOVWORLD) - ໂດຍໄດ້ດຳເນີນໃນເວລາ ສອງວັນ (ຄືວັນທີ 22 – 23 ພະຈິກ), ເຫດການແມ່ນການເຄື່ອນໄຫວຕອບສະໜອງ “ວັນມໍລະດົກວັດທະນະທຳ ຫວຽດນາມ 2023”.
ໄຂວັນບຸນມໍລະດົກວັດທະນະທຳ ຫວຽດນາມ ຄັ້ງທີ IV -2023 - ảnh 1ພີທີໄຂງານບຸນ (ພາບ:Hồng Phúc/qdnd.vn)

ຕອນຄ່ຳວັນທີ 22 ພະຈິກ, ຢູ່ເຂດປູຊະນີຍະສະຖານ, ມໍລະດົກວັດທະນະທຳ ພະລາດຊະວັງ ທັງລອງ - ຮ່າໂນ້ຍ, ອົງການ UNESCO ພັດທະນາວັດທະນະທຳ ແລະ ກິລາ (ສະຫະພັນບັນດາອົງການ UNESCO ຫວຽດນາມ) ພ້ອມກັບສູນອະນຸລັກຮັກສາມໍລະດົກທັງລອງ - ຮ່າໂນ້ຍ, ສົມທົບກັນຈັດພິທີໄຂ “ວັນບຸນມໍລະດົກວັດທະນະທຳ ຫວຽດນາມ ຄັ້ງທີ IV ປີ 2023”. ເຫດການດັ່ງກ່າວເພື່ອເຊີດຊູບັນດາຄຸນຄ່າມໍລະດົກວັດທະນະທຳ ຫວຽດນາມ, ແມ່ນໂອກາດເພື່ອໃຫ້ບັນດາຮູບແບບມໍລະດົກວັດທະນະທຳບໍ່ເປັນວັດຖຸໂດຍ UNESCO ຮັບຮອງເອົາເປັນມໍລະດົກບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ, ພ້ອມກັບບັນດາຮູບແບບມໍລະດົກວັດທະນະທຳອື່ນໆ, ໂດຍໄດ້ແນະນຳ ແລະ ສະແດງເຖິງມະຫາຊົນຢູ່ພາຍໃນ ແລະ ຕ່າງປະເທດ.

        ໂດຍໄດ້ດຳເນີນໃນເວລາ ສອງວັນ (ຄືວັນທີ 22 – 23 ພະຈິກ), ເຫດການແມ່ນການເຄື່ອນໄຫວຕອບສະໜອງ “ວັນມໍລະດົກວັດທະນະທຳ ຫວຽດນາມ 2023”. ທີ່ງານບຸນ, ປະຊາຊົນ ນະຄອນຫຼວງ ພ້ອມກັບແຂກທ່ອງທ່ຽວພາຍໃນປະເທດ ແລະ ຕ່າງປະເທດ ໄດ້ຮັບຊົມບັນດາການສະແດງ ສິລະປະວັດທະນະທຳ ທີ່ເປັນເອກະລັກສະເພາະຫຼາຍປະເພດຂອງ ຫວຽດນາມ, ຄື: ຂັບແທນ, ຂັບວັນ, ບ່າຍຈ່ອຍ…. ແລະ ການລະຫຼິ້ນກິລາພື້ນເມືອງຂອງ ຫວຽດນາມ ຫຼາຍປະເພດອີກດ້ວຍ.

ຕອບກັບ