ໄຂງານວາງສະແດງສື່ສິ່ງພິມແຫ່ງ ມິດຕະພາບ ຫວຽດນາມ ລາວ.

Chia sẻ
ໃນ​ຊຸມ​ປີຜ່ານມາ, ບັນດາອົງການສື່ມວນຊົນ, ສຳນັກພິມ​ຂອງ​ຫວຽດນາມ ​ແລະ ລາວ ​ໄດ້​ປະຕິບັດ​ບົດບາດ, ພາລະ​ຫນ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ, ​​ໂຄສະນາ​ກ່ຽວ​ກັບ​ບັນດາ​ຜົນງານ ​ແລະ ສະພາບ​ການ​ການ​ເມືອງ, ເສດຖະກິດ ວັດທະນະທຳ ສັງຄົມ ຂອງ​ສອງ​ປະ​ເທດ,
ໄຂງານວາງສະແດງສື່ສິ່ງພິມແຫ່ງ ມິດຕະພາບ ຫວຽດນາມ ລາວ. - ảnh 1
ພິທີຕັດແຖບຜ້າເປີດງານວາງສະແດງ
ພາບ:baodientu.chinhphu.vn

 (vovworld)- ຕອນ​ບ່າຍ​ວັນ​ທີ 10/4 ຢູ່ ນະຄອນຫລວງ ວຽງ​ຈັນ ​ໄດ້​​ໄຂ​ງານ​ວາງສະ​ແດງ​ສື່ສິ່ງພິມ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ ​ເນື່ອງ​ໃນ​ໂອກາດ“​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ 2012” ​ແລະ ສະ​ເຫລີ​ມສະຫລອງ​ບັນດາ​ວັນ​ບຸນ​ໃຫຍ່​ຂອງ​ສອງ​ປະ​ເທດ​ຄື: 50 ປີ ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ (1962 - 2012), 35 ປີ ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາ​ມິດ​ຕະພາບ, ການ​ຮ່ວມ​ມື (1977-2012) ລະຫວ່າງ ຫວຽດນາມ ​- ລາວ ​ແລະ ບຸນປີ​ໃຫມ່​ລາວ ພສ 2555. ກ່າວ​ຄຳ​ເຫັນ​ໄຂ​ພິທີ, ທ່ານ Nguyen Bac Son ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ​ສື່ສານ ຫວຽດນາມ ​ໄດ້​ຊີ້​ແຈງ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ບັນດາອົງການສື່ມວນຊົນ, ສຳນັກພິມ​ຂອງ​ຫວຽດນາມ ​ແລະ ລາວ ​ໄດ້​ປະຕິບັດ​ບົດບາດ, ພາລະ​ຫນ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ, ​​ໂຄສະນາ​ກ່ຽວ​ກັບ​ບັນດາ​ຜົນງານ ​ແລະ ສະພາບ​ການ​ການ​ເມືອງ, ເສດຖະກິດ ວັດທະນະທຳ ສັງຄົມ ຂອງ​ສອງ​ປະ​ເທດ, ປະກອບສ່ວນ​ປັບປຸງ, ເພີ່ມທະວີ​ນ້ຳ​ໃຈ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ. ສ່ວນ​ທ່ານ ບໍ່​ແສງ​ຄຳ ວົງ​ດາລາ, ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ວັດທະນະທຳ ​ແລະ ການ​ທ່ອງ​ທ່ຽວ ລາວ ​ໃຫ້​ຮູ້​ວ່າ:     “ງານ​ວາງສະ​ແດງ​ຄັ້ງ​ນີ້​ໄດ້​ພິສູດ​ໃຫ້​ເຫັນ​ສາຍ​ພົວພັນ​ມິດ​ຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດຖະບານ ​ແລະ​ ປະຊາຊົນ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ. ນີ້​ກໍ​ເປັນ​ການ​ພິສູດ​ໃຫ້​ເຫັນ​ການ​ຮ່ວມ​ມື​ລະຫວ່າງ ສອງ​ກະຊວງ​ກໍ​ຄື​ພື້ນຖານ​ຫນັງສື​ພິມ, ການ​ພິມ​ຈຳ​ຫນ່າຍ​ຂອງ​ສອງ​ປະ​ເທດ​ພວກ​ເຮົາ.”

        ພາຍຫລັງ​ພິທີ​ໄຂ​ງານ​ວາງສະ​ແດງ, ທ່ານ​ລັດຖະມົນຕີ ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ​ສື່ສານ ຫວຽດນາມ ​ Nguyen Bac Son ​ແລະ ທ່ານ ບໍ່​ແສງ​ຄຳ ວົງ​ດາລາ, ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ວັດທະນະທຳ ​ແລະ ​ທ່ອງ​ທ່ຽວ ລາວ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ບາງ​ບັນຫາ​ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ​ແຜນການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ໃນ​ປີ​ແຫ່ງ​ຄວາມ​ສາມັກ​ຄີ​ມິດຕະພາບ ຫວຽດນາມ ລາວ 2012 ​ແລະ ​ໄລຍະ​ຕໍ່​ໄປ.                       
                                                                        Quoc Khanh ນັກ​ຂ່າວ VOV ປະຈຳ​ ສປປ ລາວ.


ຕອບກັບ