ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍສື່​ມວນ​ຊົນໂລກ “ບັນ​ດາ​ພາບ​ຖ່າຍ​ດີ​ເດັ່ນ​ທີ​່​ສຸດ​ໃນ​ໄລ​ຍະ 2018 – 2020”

Chia sẻ
(VOVWORLD) -   ຕອນຄ່ຳວັນທີ 7 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ສະຖານກົງສູນ ໂຮນລັງ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີໄຂງານວາງສະແດງພາບສື່ມວນຊົນໂລກ ດ້ວຍຫົວຂໍ້ “ບັນດາພາບຖ່າຍດີເດັ່ນທີ່ສຸດໃນໄລຍະ 2018 – 2020”.
ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍສື່​ມວນ​ຊົນໂລກ “ບັນ​ດາ​ພາບ​ຖ່າຍ​ດີ​ເດັ່ນ​ທີ​່​ສຸດ​ໃນ​ໄລ​ຍະ 2018 – 2020” - ảnh 1ງານວາງສະແດງພາບຖ່າຍສື່ມວນຊົນໂລກ “ບັນດາພາບຖ່າຍດີເດັ່ນທີ່ສຸດໃນໄລຍະ 2018 – 2020” ຖືກໄຂຂຶ້ນໃນຕອນຄ່ຳວັນທີ 7 ເມສາ  (ພາບ: TTXVN)

    ງານວາງສະແດງໄດ້ແນະນຳເຖິງມວນຊົນນະຄອນ ດ້ວຍພາບຖ່າຍສື່ມວນຊົນຈຳນວນ 158 ແຜ່ນທີ່ຍາດໄດ້ລາງວັນຊ່າງພາບສື່ມວນຊົນ ຈາກອົງການ World Press Photo (ໂຮນລັງ) ໃນໄລຍະ 3 ປີ ຜ່ານມາ. ບັນດາຜົນງານທີ່ຍາດໄດ້ລາງວັນນັ້ນ ໄດ້ໂຮມເຂົ້າເປັນງານວາງສະແດງເຄື່ອນທີ່ ເພື່ອຈັດຕັ້ງຢູ່ສະຖານທີ່ຕ່າງໆຂອງບັນດາປະເທດໃນໂລກ.

        ກ່າວຄຳເຫັນທີ່ພິທີໄຂງານວາງສະແດງ, ທ່ານ Carel Richter, ຫົວໜ້າສະຖານກົງສູນ ໂຮນລັງ ປະຈຳ ນະຄອນ ໂຮ່ຈີມິນ ຢັ້ງຢືນວ່າ, ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງ ເພື່ອແນໃສ່ສະເຫຼີມສະຫຼອງສາຍພົວພັນມິດຕະພາບອັນດີງາມ ລະຫວ່າງ ໂຮນລັງ ແລະ ນະຄອນ ໂຮ່ຈີມິນ. ພາບຖ່າຍຈຳນວນໜຶ່ງທີ່ໄດ້ນຳມາວາງສະແດງໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຫົວຂໍ້ຈຸດສຸມໃນການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ໂຮນລັງ ແລະ ຫວຽດນາມ ເວົ້າລວມ, ນະຄອນ ໂຮ່ຈີມິນ ເວົ້າສະເພາະ ຄື: ເສດຖະກິດໝູນວຽນ, ການຄຸ້ມຄອງຊັບພະຍາກອນນ້ຳ, ຄ້ຳປະກັນປອດໄພຂອງສະບຽງອາຫານ, ກິລາ ແລະ ອື່ນໆ.


ຕອບກັບ