ໄຂ​ງານ​ວາງ​ສະ​ແດງ ສັນ​ຍາ ປາ​ຣີ-ປະ​ຕູ​ແຫ່ງ​ສັນ​ຕິ​ພາບ

Chia sẻ
(VOVWORLD) -ງານວາງສະແດງ ສັນຍາ ປາຣີ-ປະຕູແຫ່ງສັນຕິພາບ ຈະເປີດປະຕູຮອດຕົ້ນເດືອນພຶດສະພາປີ 2023 ຢູ່ຫໍພິພິຕະພັນໂຮ່ຈິມິນ ເຮືອນເລກທີ 19 ຖະໜົນ ຫງອກຮ່າ-ຮ່າໂນ້ຍ.
 
 
ໄຂ​ງານ​ວາງ​ສະ​ແດງ ສັນ​ຍາ ປາ​ຣີ-ປະ​ຕູ​ແຫ່ງ​ສັນ​ຕິ​ພາບ - ảnh 1

 (ພາບ: hanoimoi.com.vn)

   ຕອນບ່າຍວັນທີ 16 ມັງກອນ, ຢູ່ຫໍພິພິຕະພັນໂຮ່ຈິມິນ ທີ່ນະຄອນຫຼວງຮ່າໂນ້ຍ ໄດ້ໄຂງານວາງສະແດງດ້ວຍຫົວເລື່ອງ “ສັນຍາ ປາຣີ-ປະຕູແຫ່ງສັນຕິພາບ”. ເຫດການໂດຍຄະນະໂຄສະນາສຶກສາສູນກາງພັກ ສົມທົບກັບກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວຫວຽດນາມ ຊີ້ນຳປະຕິບັດ, ມຸ້ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ຫວຽດນາມ (27/1/1973 - 27/1/2023).

ງານວາງສະແດງໄດ້ແນະນຳ 300 ພາບຖ່າຍ, ວັດຖຸພັນ ໃນນັ້ນມີດຖຸພັນຈຳນວນໜຶ່ງໄດ້ນຳມາສະແດງເປັນຄັ້ງທຳອິດ, ໂດຍມີ 3 ເນື້ອໃນຄື: ການກຳນົດເສັ້ນທາງໄປສູ່ສັນຕິພາບ, ເປີດປະຕູແຫ່ງສັນຕິພາບ ແລະ ມຸ້ງໄປເຖິງສັນຕິພາບ.

ງານວາງສະແດງ ສັນຍາ ປາຣີ-ປະຕູແຫ່ງສັນຕິພາບ ຈະເປີດປະຕູຮອດຕົ້ນເດືອນພຶດສະພາປີ 2023 ຢູ່ຫໍພິພິຕະພັນໂຮ່ຈິມິນ ເຮືອນເລກທີ 19 ຖະໜົນ ຫງອກຮ່າ-ຮ່າໂນ້ຍ.

ຕອບກັບ