ໄຂງານວາງສະແດງ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ”

Chia sẻ
(VOVWORLD) - ງານວາງສະແດງ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ” ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 15 ພຶດສະພາ ຢູ່ຫໍພິພິທະພັນ ໂຮ່ຈີມິນ (ຮ່າໂນ້ຍ). 
ໄຂງານວາງສະແດງ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ” - ảnh 1 ໄຂງານວາງສະແດງ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ”

ງານວາງສະແດງໂດຍຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຫໍພິພິທະພັນ ໂຮ່ຈີມິນ ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/05/1890 – 19/05/2019) ແລະ ສະຫລຸບ 3 ປີແຫ່ງການປະຕິບັດວຽກງານ “ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດໂຮ່ຈີມິນ”.

        ງານວາງສະແດງໄດ້ວາງສະແດງຮູບຖ່າຍ ແລະ ເອກະສານເກືອບ 300 ຢ່າງ, ແນໃສ່ແນະນຳໃຫ້ມະຫາຊົນບັນດາແບບຢ່າງດີເດັ່ນຂອງໝູ່ຄະນະ, ບຸກຄົນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ ໂດຍບັນດາຄະນະພັກແຂວງ, ຄະນະພັກນະຄອນ, ກົມໃຫຍ່ການເມືອງກະຊວງປ້ອງກັນປະເທດ, ກະຊວງຕ່ຳຫລວດແນະນຳເຊີດຊູ.

        ງານວາງສະແດງຈະເປີດປະຕູຮັບແຂກມາຢ້ຽມຊົມຮອດວັນທີ 20 ກໍລະກົດ 2019 ຈຶ່ງອັດລົງ, ຫລັງຈາກນັ້ນ ຈະສືບຕໍ່ວາງສະແດງຢູ່ບາງສາຂາທີ່ຂຶ້ນກັບລະບົບຫໍພິພິທະພັນ, ເຂດປູຊະນີຍະສະຖານອະນຸສອນປະທານ ໂຮ່ຈີມິນ ໃນທົ່ວປະເທດ.

ຕອບກັບ