ໄຂງານວາງສະແດງ “ການທ່ອງທ່ຽວຜ່ານບັນດາເຂດມໍລະດົກວັດທະນະທຳ ຫວຽດນາມ 2020”

Chia sẻ
(VOVWORLD) - ຕອນຄ່ຳວັນທີ 19 ພະຈິກ, ທີ່ສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ ໄດ້ດຳເນີນພິທີໄຂງານວາງສະແດງ “ການທ່ອງທ່ຽວຜ່ານບັນດາເຂດມໍລະດົກວັດທະນະທຳ ຫວຽດນາມ ປີ 2020”.
ໄຂງານວາງສະແດງ “ການທ່ອງທ່ຽວຜ່ານບັນດາເຂດມໍລະດົກວັດທະນະທຳ ຫວຽດນາມ 2020” - ảnh 1 ພິທີໄຂງານວາງສະແດງ (ພາບ: TTXVN)

        ງານວາງສະແດງແມ່ນເຫດການວັດທະນະທຳ, ການທ່ອງທ່ຽວສຳຄັນ, ແນໃສ່ແນະນຳ, ໂຄສະນາ, ເຊີດຊູບັນດາຄຸນຄ່າມໍລະດົກວັດທະນະທຳ ແລະ ທິວທັດທຳມະຊາດທີ່ເປັນເອກະລັກສະເພາະຂອງ ຫວຽດນາມ, ພິເສດແມ່ນບັນດາມໍລະດົກວັດທະນະທຳ ໂດຍ UNESCO ຮັບຮອງເອົາ. ງານວາງສະແດງ ດຳເນີນໃນລະຫວ່າງວັນທີ 19 – 23 ພະຈິກ ດ້ວຍບັນດາເນື້ອໃນ, ການເຄື່ອນໄຫວທີ່ອຸດົມສົມບູນ, ດຶງດູດຜູ້ຊົມ ຄືງານວາງສະແດງຮູບຖ່າຍ,  ພົວພັນແລກປ່ຽນວັດທະນະທຳສິລະປະ, ກອງປະຊຸມໂອ້ລົມສົນທະນາ…

ຕອບກັບ