ໄຂງານບຸນຊາ ເຂດພູພຽງ ມົກເຈົາ ຄັ້ງທີ III

Chia sẻ
(VOVWORLD) - ເມືອງ ມົກເຈົາ ໄດ້ຕ້ອນຮັບ “ໃບຢັ້ງຢືນແນະນຳດ້ານພູມສາດຈົດທະບຽນເຄື່ອງໝາຍການຄ້າຜະລິດຕະພັນ ຊາ ຊານຕວຽດ ມົກເຈົາ ຢູ່ ໄທ”
ໄຂງານບຸນຊາ ເຂດພູພຽງ ມົກເຈົາ ຄັ້ງທີ III - ảnh 1ເມືອງ ມົກເຈົາ ໄດ້ຕ້ອນຮັບ “ໃບຢັ້ງຢືນແນະນຳດ້ານພູມສາດຈົດທະບຽນເຄື່ອງໝາຍການຄ້າຜະລິດຕະພັນ ຊາ ຊານຕວຽດ ມົກເຈົາ ຢູ່ ໄທ” 

ຕອນຄ່ຳວັນທີ 6 ເມສາ, ຢູ່ ເມືອງ ມົກເຈົາ, ແຂວງ ເຊີນລາ, ໄດ້ໄຂງານບຸນຊາ ມົກເຈົາ ຄັ້ງທີ III ປີ 2018. ຕົ້ນຊາ ບໍ່ພຽງແຕ່ແມ່ນຕົ້ນໄມ້ຫຼັກແຫຼ່ງ, ນຳມາເຊິ່ງແຫຼ່ງລາຍຮັບ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຢູ່ທີ່ນີ້ເທົ່ານັ້ນ ຫາກມັນຍັງແມ່ນການທ້ອນໂຮມມູນເຊື້ອວັດທະນະທຳດ້ານກະສິກຳຂອງເມືອງ ມົກເຈົາ ອີກດ້ວຍ. ກໍ່ທີ່ພິທີໄຂງານບຸນ, ເມືອງ ມົກເຈົາ ໄດ້ຕ້ອນຮັບ “ໃບຢັ້ງຢືນແນະນຳດ້ານພູມສາດຈົດທະບຽນເຄື່ອງໝາຍການຄ້າຜະລິດຕະພັນ ຊາ ຊານຕວຽດ ມົກເຈົາ ຢູ່ ໄທ”. ທ່ານນາງ ຫງວຽນທິຮວາ, ຮອງປະທານຄະນະກຳມະການປະຊາຊົນເມືອງ ມົກເຈົາ, ແຂວງ ເຊີນລາ, ໃຫ້ຮູ້ວ່າ:

        “ຕົ້ນຊາ ແມ່ນໜຶ່ງໃນບັນດາຕົ້ນໄມ້ຫຼັກແຫຼ່ງຊ່ວຍໃຫ້ຊີວິດການເປັນຢູ່ຂອງປະຊາຊົນ, ບັນດາເຜົ່າຢູ່ເມືອງ ມົກເຈົາ, ພິເສດແມ່ນບັນດາກຳມະກອນຜູ້ຜະລິດຊາ ມີຊີວິດເປັນປົກກະຕິ. ຍ້ອນເຫດນັ້ນ, ການພັດທະນາເຄື່ອງໝາຍການຄ້າ, ຮັກສາການພັດທະນາແບບຍືນຍົງຂອງຕົ້ນຊາ ກໍ່ແມ່ນເງື່ອນໄຂສຳຄັນເພື່ອຊ່ວຍໃຫ້ປະຊາຊົນມີຊີວິດເປັນປົກກະຕິ ແລະ ສ້າງຄວາມຮັ່ງມີໃນເຂດດິນແດນແຫ່ງບ້ານເກີດເມືອງນອນ ມົກເຈົາ.”

ໄຂງານບຸນຊາ ເຂດພູພຽງ ມົກເຈົາ ຄັ້ງທີ III - ảnh 2ການສະແດງສິລະປະທີ່ລາຍການ

ຕອບກັບ