ໄຂງານຕະຫຼາດນັດວາງສະແດງການຄ້າ, ການລົງທຶນ, ການທ່ອງທ່ຽວຢູ່ເຂດ 3 ຫຼ່ຽມພັດທະນາ CLV 2024

Chia sẻ
(VOVWORLD) - ງານຕະຫຼາດນັດວາງສະແດງການຄ້າ, ການລົງທຶນ, ການທ່ອງທ່ຽວ CLV ປີ 2024 ໄດ້ແນະນຳ, ວາງສະແດງບັນດາຜະລິດຕະພັນພົ້ນເດັ່ນຂອງບັນດາແຂວງຂຶ້ນກັບເຂດ 3 ຫຼ່ຽມພັດທະນາ ແລະ ວິສາຫະກິດພວມລົງທຶນຢູ່ເຂດ CLV.
ໄຂງານຕະຫຼາດນັດວາງສະແດງການຄ້າ, ການລົງທຶນ, ການທ່ອງທ່ຽວຢູ່ເຂດ 3 ຫຼ່ຽມພັດທະນາ CLV 2024 - ảnh 1(ຮ້ານວາງສະແດງຂອງແຂວງ ກອນຕູມ)

        ຕອນຄ່ຳວັນທີ 27 ກຸມພາ, ຢູ່ແຂວງ ອັດຕະປື, ໄດ້ຈັດພິທີໄຂງານຕະຫຼາດນັດວາງສະແດງການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ສະແດງສິລະປະຢູ່ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV) 2024. ນີ້ແມ່ນໜຶ່ງໃນບັນດາເຫດການນອນໃນຂອບເຂດກອງປະຊຸມຄະນະກຳມະການປະສານງານລວມຄັ້ງທີ 13 ເຂດ 3 ຫຼ່ຽມພັດທະນາ CLV, ທີ່ຈັດຂຶ້ນຢູ່ແຂວງ ອັດຕະປື ແຕ່ວັນທີ 26 ກຸມພາ ຫາວັນທີ 01 ມີນາ.

        ໂດຍຈັດຂຶ້ນແຕ່ວັນທີ 27 ກຸມພາ ຫາວັນທີ 01 ມີນາ, ງານຕະຫຼາດນັດວາງສະແດງການຄ້າ, ການລົງທຶນ, ການທ່ອງທ່ຽວ CLV ປີ 2024 ໄດ້ແນະນຳ, ວາງສະແດງບັນດາຜະລິດຕະພັນພົ້ນເດັ່ນຂອງບັນດາແຂວງຂຶ້ນກັບເຂດ 3 ຫຼ່ຽມພັດທະນາ ແລະ ວິສາຫະກິດພວມລົງທຶນຢູ່ເຂດ CLV. ງານຕະຫຼາດນັດມີຮ້ານວາງສະແດງ 118 ຮ້ານ, ວາງສະແດງບັນດາປະເພດສິນຄ້າບໍລິໂພກມີຊື່ສຽງຂອງບັນດາທ້ອງຖິ່ນໃນເຂດ 3 ຫຼ່ຽມພັດທະນາ, ລວມມີ: ອຸດສາຫະກຳນ້ອຍຫັດຖະກຳ, ເຄື່ອງສິລະປະຫັດຖະກຳ, ເຄື່ອງສິລະປະຫັດຖະກຳທີ່ເປັນມູນເຊື້ອ, ບັນດາຜະລິດຕະພັນກະສິກຳ... ນອກນັ້ນ, ງານຕະຫຼາດນັດກໍ່ໂຄສະນາບັນດາຂໍ້ມູນຂ່າວສານກ່ຽວກັບຄວາມສາມາດດ້ານການທ່ອງທ່ຽວຂອງບັນດາແຂວງໃນເຂດ CLV.

        ໃນຕອນຄ່ຳໄຂງານຕະຫຼາດນັດ, ໄດ້ດຶງດູດຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວນັບໝື່ນໆຄົນມາຢ້ຽມຊົມ, ຊື້ເຄື່ອງຂອງ ແລະ ຮັບຊົມບັນດາລາຍການສະແດງສິລະປະ.

ຕອບກັບ