ໄຂກອງປະຊຸມສຳມະນາ “ການຮ່ວມມືຂ້າມຊາຍແດນ”

Chia sẻ
(vovworld)- ສະພາ​ມະຫາບັນ​ດີດ​ວິທະຍາສາດ​ສັງຄົມ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາທີ່​ມີ​ຫົວ​ຂໍ້​ວ່າ: “ພື້ນຖານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ ຂອງ​ການ​ຮ່ວມ​ມື​ຂ້າມ​ຊາຍ​ແດນ

ໄຂກອງປະຊຸມສຳມະນາ “ການຮ່ວມມືຂ້າມຊາຍແດນ” - ảnh 1
ພາບປະກອບ: internet


(vovworld)- ວັນ​ທີ 9/8, ສະພາ​ມະຫາບັນ​ດີດ​ວິທະຍາສາດ​ສັງຄົມ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາທີ່​ມີ​ຫົວ​ຂໍ້​ວ່າ: “ພື້ນຖານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ ຂອງ​ການ​ຮ່ວມ​ມື​ຂ້າມ​ຊາຍ​ແດນ ​ແລະ ບົດບາດ​ຂອງ​ເຂດ​ໄຕ​ງວຽນ ​ໃນ​ເຂດ​ສາມຫລ່ຽມ​ພັດທະນາ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຄົ້ນ​ຄ້ວາ​ມາ​ຈາກ​ຫລາຍ​ອົງການລ້ວນ​ແຕ່​ເນັ້ນ​ຫນັກ​ເຖິງ​ຄວາມສຳຄັນ​ກ່ຽວ​ກັບ​ບົດບາດ, ທ່ີ​ຕັ້ງ​ຂອງ​ໄຕ​ງວຽນ​ໃນ​ເຂດ​ສາມຫລ່ຽມ​ພັດທະນາ ຫວຽດນາມ - ລາວ ​ແລະ ກຳປູ​ເຈຍ. ບັນດາ​ນັກວິທະຍາສາດ​ຊີ້​ແຈ້ງ​ດ້ານ​ດີ, ທ່າ​ໄດ້​ປຽບ ​ແລະ ນັບ​ທັງ​ຄວາມ​ຫຍຸ້ງຍາກ​ໃນ​ການ​ພັດທະນາ​ຂອງ​ບັນດາ​ແຂວງ​ຢູ່​ເຂດ​ໄຕ​ງວຽນ ກໍ​ຄື​ຍູ້​ແຮງ​ການ​ຮ່ວມ​ມື​ເຂ​ດຊາຍ​ແດນ​ລະຫວ່າງ​ສາມ​ປະ​ເທດ. ບັນດາ​ປັດ​ໄຈ​ພາ​ວະ​ວິ​ໄສສ້າງ​ເປັນຄວາມ​ສະດວກ​ໃນ​ການ​ຮ່ວມ​ມື ​ແມ່ນ​ທ່າ​ອ່ຽງຮ່ວມ​ສຳພັນ​ການ​ຮ່ວມ​ມື​ພາກ​ພື້ນ, ຄວາມ​ຕ້ອງການ​ຂອງ​ບັນດາ​ຝ່າຍ, ຈຸດ​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ພູມີສາດ, ​ເສດຖະກິດ​ການ​ເມືອງ, ວັດທະນະທຳ, ສັງຄົມ, ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ກ່ຽວ​ກັບ​ຊັບພະຍາກອນ. ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຂ້າມ​ຊາຍ​ແດນ, ບັນດາ​ຜູ້​​ແທນ​ຖື​ວ່າ ຫວຽດນາມ ຕ້ອງ​ຖື​ເຂດ​ໄຕ​ງວຽນ ​ແມ່ນ​ເຂດ​ສ້າງ​ການ​ເຕີບ​ໂຕ​ຕົ້ນ​ຕໍ, ​ແມ່ນ​​ແຫ່ງ​ດຶງ​ດູດ​ແຮງ​ງານ ​ແລະ ​ແມ່ນ​ກຳລັງ​ຫນູນ​ໃຫ້​ແກ່​ເຂດ​ສາມຫລ່ຽມ​ພັດທະນາ. ຫວຽດນາມ ຕ້ອງ​ມີ​ກົນ​ໄກ​ພິ​ເສດສະ​ເພາະ​ເພື່​ອ​ແກ້​ໄຂບັນດາ​ບັນຫາ​ຢູ່​ເຂດ ​ໄຕ​ງວຽນຜ່ານ​ບັນດາ​ນະ​ໂຍບາຍກ່ຽວ​ກັບ​ເຂດ​ຊາຍ​ແດນຂອງ​ບັນດາ​ປະ​ເທດ ບົນ​ພື້ນຖານ​ສາມັກຄີ, ຮ່ວມ​ມື ລະຫວ່າງ​ບັນດາ​ປະ​ເທດ.