ໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43

Chia sẻ
(VOVWORLD) - ນີ້ແມ່ນຂໍ້ລິເລີ່ມຂອງປະເທດປະທານ ອາຊຽນ ອິນໂດເນເຊຍ ໃນປີ 2023 ແລະ ຈະສວມບົດບາດເປັນພື້ນຖານໃຫ້ແກ່ວິໄສທັດປະຊາຄົມ ອາຊຽນ 2045.
ໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 - ảnh 1(ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ນຳໜ້າເຂົ້າຮ່ວມ)

            ຕອນເຊົ້າວັນທີ 05 ກັນຍາ, ກອງປະຊຸມສຸດຍອດ ອາຊຽນ ແລະ ກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງດ້ວຍຫົວຂໍ້ວ່າ "ເພື່ອຂອບຂະໜາດໃຫຍ່ ອາຊຽນ: ຈຸດໃຈກາງຂອງການເຕີບໂຕ" ໄດ້ໄຂຂຶ້ນຢູ່ສູນກອງປະຊຸມ ຈາກາຕາ (JCC), ປະເທດ ອິນໂດເນເຊຍ, ພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo. ກອງປະຊຸມຄັ້ງນີ້ໄດ້ດຶງດູດການເຂົ້າຮ່ວມຂອງການນຳບັນດາປະເທດສະມາຊິກ, ຕີມໍແລັດສະເຕ ດ້ວຍບົດບາດເປັນນັກສັງເກດການ, 9 ປະເທດຄູ່ເຈລະຈາ, ພ້ອມທັງແມ່ນບັນດາປະເທດສະມາຊິກຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS), 2 ປະເທດຖືກເຊີນ, ພ້ອມກັບ 9 ອົງການຈັດຕັ້ງສາກົນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ນຳໜ້າເຂົ້າຮ່ວມ.

          ໂດຍໄດ້ຈັດຂຶ້ນແຕ່ວັນທີ 05-07 ກັນຍາ, ດ້ວຍ 12 ກອງປະຊຸມສຸດຍອດ, ກອງປະຊຸມໄດ້ສຸມໃສ່ປຶກສາຫາລື 4 ເນື້ອໃນຕົ້ນຕໍ, ລວມມີ ການສ້າງພື້ນຖານວິໄສທັດໄລຍະຍາວຂອງ ອາຊຽນ, ຊ່ວຍໃຫ້ ອາຊຽນ ເຂັ້ມແຂງກວ່າເກົ່າເພື່ອຮັບມືກັບບັນດາສິ່ງທ້າທາຍຂອງຍຸກສະໄໝ, ນຳ ອາຊຽນ ກາຍເປັນໃຈກາງຂອງການເຕີບໂຕດ້ານເສດຖະກິດ, ຫັນມະຫາສະໝຸດອິນເດຍ - ປາຊີຟິກ ໃຫ້ກາຍເປັນພາກພື້ນແຫ່ງສັນຕິພາບ ແລະ ວັດທະນາຖາວອນ. ໜຶ່ງໃນບັນດາເອກະສານສຳຄັນທີ່ສຸດເຊິ່ງຄາດວ່າບັນດາການນຳ ອາຊຽນ ຈະພິຈາລະນາຮັບຮອງເອົາໃນກອງປະຊຸມຄັ້ງນີ້ແມ່ນ ຖະແຫຼງການປອງດອງ ອາຊຽນ IV. ນີ້ແມ່ນຂໍ້ລິເລີ່ມຂອງປະເທດປະທານ ອາຊຽນ ອິນໂດເນເຊຍ ໃນປີ 2023 ແລະ ຈະສວມບົດບາດເປັນພື້ນຖານໃຫ້ແກ່ວິໄສທັດປະຊາຄົມ ອາຊຽນ 2045.

            ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ບັນດາການນຳຈະປຶກສາຫາລືກ່ຽວກັບສະພາບຂາດຄວາມສະຖຽນລະພາບດ້ານພົນລະເຮືອນທີ່ແກ່ຍາວຢູ່ ມຽນມາ, ແກຼມເກົາຫຼີ, ການປະທະກັນຢູ່ ຢູແກຼນ ແລະ ສະພາບການຢູ່ທະເລຕາເວັນອອກ. ຄາດວ່າ, ບັນດາການນຳ ອາຊຽນ ຈະຮັບຮູ້ ແລະ ຮັບຮອງເອົາເອກະສານ 50 ສະບັບໃນຄັ້ງນີ້.

ຕອບກັບ