ໄຂກອງປະຊຸມສຸດຍອດ ຄັ້ງທີ 5 ກຸ່ມ BRICS

Chia sẻ

ໄຂ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 5 ກຸ່ມ BRICS

ໄຂກອງປະຊຸມສຸດຍອດ ຄັ້ງທີ 5 ກຸ່ມ BRICS - ảnh 1
ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 5 ຂອງ​ BRICS ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການຢູ່ Durban
(ພາບ: Reuters)

(vovworld) - ຕອນ​ເຊົ້າ​ວັນທີ 27/3 (ຕາມ​ເວລາ ຫວຽດນາມ), ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 5 ຂອງ​ກຸ່ມບັນດາ​ພື້ນຖານ​ເສດຖະກິດຫາ​ກໍ່​ພົ້ນ​​ເດັ່ນຂຶ້ນ (ຫຼື BRICS) ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການຢູ່ Durban (ປະ​ເທດ ອາ​ຟະຣີກາ​​ໃຕ້) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ແຂກ​ສາກົນ​ກ່ວາ 5.000 ທ່ານ. ທ່ານ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Jacob Zuma, ທ່ານ​ປະທານາທິບໍດີ ລັ​ດ​ເຊຍ V. Putin, ນາຍົກລັດຖະມົນຕີ ອິນ​ເດຍ Manmohan Singh, ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ​​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ. ຄາດ​ວ່າ, ​ໃນການ​ເຮັດ​ວຽກມາ​ເປັນ​ເວລາ 2 ວັນ, ກອງ​ປະຊຸມ​ດ້ວຍ​ຫົວ​ຂໍ້​ວ່າ: “BRICS ​ແລະ ທະວີບ ອາ​ຟະຣີກາ: ຄູ່​ຮ່ວມ​ມື ​​ເພື່ອ​ການພັດທະນາ, ​ເຊື່ອມ​​ໂຍງ ​ແລະ ຫັນ​ເປັນ​ອຸດສາຫະກຳ” ຈະ​ກວດກາ​ສະພາບ​ການ​ການ​ເມືອງ, ​ເສດຖະກິດ ​ແລະ ສັງຄົມ​ຢູ່ 5 ປະ​ເທດ​ສະມາຊິກ, ສະພາບ​ການ​ເສດຖະກິດ​ຢູ່​ພາກ​ພື້ນ Eurozone ​ແລະ ບັນດາ​ບັນຫາ​ສາກົນ​ສຳຄັນ​ອື່ນໆ. ​ໃນ​ບັນດາ​ບາດກ້າວ​ສຳຄັນ​ທີ່​ກອງ​ປະຊຸມ​ຄັ້ງ​ນີ​້ແມ່ນ​ເລື່ອງ 5 ປະ​ເທດ​ສະມາ​ຊິກ​ເປັນ​​ເອກະ​ພາບ​ກັນ​ສ້າງ​ຕັ້ງ​ທະນາຄານ​ພັດທະນາ BRICS, ຖື​ນີ້​ເປັນມາດ​ຕະການ​ຮັບ​ມື​ຕໍ່​ບັນດາລະບອບ ການ​ເງິນ ​ໂດຍ​ຝ່າຍ​ຕາ​ເວັນ​ຕົກ​ໜູນຫຼັງ. ສ່ວນສະພາ​ດຳ​ເນີນ​ທຸລະ​ກິດ BRICS ​ແລະ ສະ​ຖາ​ບັນ​ຄົ້ນ​ຄ້ວາ​ນະ​ໂຍບາຍ BRICS ຄາດ​ວ່າຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້.

        ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ປະຈຸ​ບັນ, ປະຊາກອນ​ບັນດາ​ປະ​ເທດ​ໃນ​ກຸ່ມ BRICS ກວມ 42% ຈຳນວນ​ປະຊາກອນ​ໂລກ, ຍອດ​ຜະລິດ​ຕະພັນ​ພາຍ​ໃນ (ຫຼື GDP) ກວມ 25% ​GDP ຂອງ​ໂລກ ​ແລະ 15% ຍອດ​ວົງ​ເງິນ​ການ​ຄ້າ​ທົ່ວ​ໂລກ