ໄຂກອງປະຊຸມສຸດຍອດ BRICS

Chia sẻ
(VOVWORLD) - ກອງປະຊຸມສຸດຍອດຄັ້ງທີ 9 ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (BRICS) ເຊິ່ງລວມມີ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາໃຕ້ ຖືກໄຂຂຶ້ນໃນວັນທີ 04 ກັນຍາ, ຢູ່ປະເທດຈີນ.

ໄຂກອງປະຊຸມສຸດຍອດ BRICS - ảnh 1 ໄຂກອງປະຊຸມສຸດຍອດ BRICS

(ພາບ: AP)

ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານປະທານປະເທດຈີນ ສີຈີ້ນຜິງ ຢືນຢັນວ່າ, ໃນສະພາບການໂລກມີການປ່ຽນແປງຢ່າງສັບສົນຫຼາຍຢ່າງ ແລະ ເລິກເຊິ່ງຄືໃນປະຈຸບັນ, ການຮ່ວມມືລະຫວ່າງບັນດາປະເທດ BRICS ໄດ້ສວມບົດບາດສຳຄັນຍິ່ງ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກ BRICS ຄວນຊຸກຍູ້ການຮ່ວມມືດ້ານເສດຖະກິດຢ່າບແທ້ຈິງ, ຕ້ານລັດທິກໍ່ການຮ້າຍ ແລະ ຊຸກຍູ້ການປະຕິຮູບຄວາມສາມາດບໍລິຫານເສດຖະກິດໂລກ… ກອງປະຊຸມຈະຖືກອັດລົງວັນທີ 05 ກັນຍາ.

ຕອບກັບ