ໄຂ ວັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ມ​ົງ​ໂກນ​ປີ 2024

Chia sẻ
(VOVWORLD) - ວັນວັດທະນະທຳ ຫວຽດນາມ ຢູ່ ມົງໂກນ ດຳເນີນແຕ່ວັນທີ 30 ກັນຍາ ຫາວັນທີ 2 ຕຸລາ ໂດຍແນະນຳເຖິງມະຫາຊົນ ມົງໂກນ ແລະ ເພື່ອນມິດສາກົນ ກ່ຽວກັບຮູບພາບປະເທດຊາດ ຫວຽດນາມ ທີ່ປອດໄພ, ເປັນມິດ,ສະຫນິດສະຫນົມ, ຮັກແພງແຂກຄົນ, ເຊື່ອມໂຍງ ແລະພັດທະນາ, ມີຊັບພະຍາກອນວັດທະນະທຳເປັນຫລາຍຮູບແບບ ແລະເປັນເອກະລັກສະເພາະ, ຊັບພະຍາກອນດ້ານການທ່ອງທ່ຽວທຳມະຊາດອຸດົມສົມບູນ.
ໄຂ ວັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ມ​ົງ​ໂກນ​ປີ 2024 - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ ມົງໂກ  Khurelsukh ເຂົ້າຮ່ວມວັນວັດທະນະທຳ ຫວຽດນາມ ຢູ່ ມົງໂກນ (ພາບ: VOV)

ມຸ່ງໄປເຖິງການສະເຫລີມສະຫລອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ມົງໂກນ (1954-2024) ແລະຂ່ຳນັບຊົມເຊີຍ ການຢ້ຽມຢາມທາງລັດຖະກິດ ມົງໂກນ ຂອງທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ, ຕອນບ່າຍວັນທີ 30 ກັນຍາ ຢູ່ ຫໍສະແດງ Opera  ແລະ Ballet ທີ່ ນະຄອນຫລວງ Ulan Bator, ກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມສົມທົບກັບ ກະຊວງວັດທະນະທຳ ກິລາ, ທ່ອງທ່ຽວແລະຊາວຫນຸ່ມ ມົງໂກນ ໄດ້ຈັດຕັ້ງພິທີໄຂວັນວັດທະນະທຳ ຫວຽດນາມ ຢູ່ ມົງໂກນ ປີ 2024. ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ແລະທ່ານ ປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ພ້ອມກັນເຂົ້າຮ່ວມເຫດການນີ້.

ວັນວັດທະນະທຳ ຫວຽດນາມ ຢູ່ ມົງໂກນ ດຳເນີນແຕ່ວັນທີ 30 ກັນຍາ ຫາວັນທີ 2 ຕຸລາ ໂດຍແນະນຳເຖິງມະຫາຊົນ ມົງໂກນ ແລະ ເພື່ອນມິດສາກົນ ກ່ຽວກັບຮູບພາບປະເທດຊາດ ຫວຽດນາມ ທີ່ປອດໄພ, ເປັນມິດ,ສະຫນິດສະຫນົມ, ຮັກແພງແຂກຄົນ, ເຊື່ອມໂຍງ ແລະພັດທະນາ, ມີຊັບພະຍາກອນວັດທະນະທຳເປັນຫລາຍຮູບແບບ ແລະເປັນເອກະລັກສະເພາະ, ຊັບພະຍາກອນດ້ານການທ່ອງທ່ຽວທຳມະຊາດອຸດົມສົມບູນ.

ວັນວັດທະນະທຳ ຫວຽດນາມ ເປັນຄັ້ງທຳອິດ ໄດ້ຈັດຕັ້ງຢູ່ ມົງໂກນ ເປັນການປະກອບສ່ວນສຳຄັນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ນ້ຳໃຈມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ປະຊາຊົນ ສອງປະເທດ ສືບຕໍ່ປະກອບສ່ວນພັດທະນາການພົວພັນຮ່ວມມື ຫວຽດນາມ - ມົງໂກນ ໃນໄລຍະຈະມາເຖິງ.

ຕອບກັບ