ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ນະ​ວັດ​ຕະ​ກຳຕ້ອງ​ໄປ​ທັນ, ກ້​າວ​ໜ້າ ແລະ ບືນ​ຕົວ​ຂຶ້ນ​ພ້ອມ​ກັບ​ໂລກ

Chia sẻ
(VOVWORLD) -    ຕອນເຊົ້າວັນທີ 01 ຕຸລາ, ຢູ່ສູນນະວັດຕະກຳແຫ່ງຊາດ ຕັ້ງຢູ່ເຂດເຕັກໂນໂລຢີສູງ ຮວ່າລາກ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມວັນບຸນນະວັດຕະກຳ ຫວຽດນາມ ປີ 2024 ແລະ ສະເຫຼີມສະຫຼອງ 05 ປີ ແຫ່ງວັນສ້າງຕັ້ງສູນນະວັດຕະກຳແຫ່ງຊາດ (NIC). ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ປະກາດວ່າ ວັນທີ 01 ຕຸລາ ແຕ່ລະປີ ແມ່ນວັນບຸນນະວັດຕະກຳແຫ່ງຊາດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ນະ​ວັດ​ຕະ​ກຳຕ້ອງ​ໄປ​ທັນ, ກ້​າວ​ໜ້າ ແລະ ບືນ​ຕົວ​ຂຶ້ນ​ພ້ອມ​ກັບ​ໂລກ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ກ່າວຄຳເຫັນຢູ່ເຫດການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ ພັກ, ລັດ ຍາມໃດກໍໃຫ້ຄວາມເອົາໃຈໃສ່ເປັນພິເສດເຖິງວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ, ຖືນີ້ແມ່ນໜຶ່ງໃນບັນດາລັດຖະນະໂຍບາຍແຖວໜ້າແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານ ຈະສຸມໃສ່ຊີ້ນຳສຳຫຼວດກວດກາ, ສ້າງຍຸດທະສາດ, ກົນໄກ, ນະໂຍບາຍ, ມາດຕະການໃຫ້ສົມບູນແບບ ເພື່ອແນໃສ່ຊຸກຍູ້ນະວັດຕະກຳ, ເລີ່ມຕົ້ນທຸລະກິດຢ່າງແຮງ ດ້ວຍເນື້ອໃນຈິດໃຈອຳນວຍທຸກຄວາມສະດວກ ແລະ ປົກປ້ອງສິດ, ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍ, ຊອບທຳໃຫ້ປະຊາຄົມວິສາຫະກິດ, ນັກລົງທຶນ ແລະ ປະຊາຊົນ.

        ໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເສີມຂະຫຍາຍບົດບາດຂອງສູນນະວັດຕະກຳແຫ່ງຊາດໃຫ້ຫຼາຍກວ່າອີກ. ທ່ານກ່າວວ່າ:

        “ພວກຂ້າພະເຈົ້າປາດຖະໜາ ແລະ ເຊື່ອໝັ້ນວ່າ ສູນນະວັດຕະກຳແຫ່ງຊາດ ຈະແມ່ນຫົວໃຈຂອງລະບົບນິເວດນະວັດຕະກຳ, ແມ່ນບ່ອນອີງແກ່ການພັດທະນາຢ່າງກ້າວກະໂດດຂັ້ນ, ຍືນຍົງ ແລະ ເຊື່ອມໂຍງທົ່ວໂລກຂອງ ຫວຽດນາມ. ສູນກໍນຳພາທ່າອ່ຽງ, ແຜ່ກະຈາຍຈິນຕະນາການປະດິດຄິດສ້າງ, ຍົກລະດັບ ຫວຽດນາມ ໃຫ້ກາຍເປັນປະເທດສ້າງແຫຼ່ງບັນດານໃຈຂອງນະວັດຕະກຳ, ມີຄວາມສາມາດເປັນເຈົ້າເຕັກໂນໂລຢີ, ບືນຕົວຂຶ້ນສູ່ລະດັບພາກພື້ນ ແລະ ສາກົນ, ບໍ່ພຽງແຕ່ເພື່ອໝູນໃຊ້ເທົ່ານັ້ນ, ຫາກຍັງປະກອບສ່ວນກຳນົດທິດ, ນຳພາອະນາຄົດຂອງມະນຸດອີກດ້ວຍ”. 
ຫວູຄວຽນ

ຕອບກັບ