ໃຫ້​ຄຳ​ປຶກ​ສາ, ໜູນ​ຊ່ວຍດ້ານ​ນະ​ໂຍ​ບາຍ, ກົດ​ໝາຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ

Chia sẻ
(VOVWORLD) -ໂດຍຕອບສະໜອງຂະບວນການ ປະເທດຊາດເລີ່ມຕົ້ນທຸລະກິດ Startup ໂດຍລັດຖະບານປຸກລະດົມ, ໃນໂອກາດນີ້ ສະຖາບັນຄົ້ນຄ້ວາກົດໝາຍປົກປ້ອງວິສາຫະກິດ ແລະ ຜູ້ບໍລິໂພກ ປະກາດໃຊ້ ແລະ ມອບຂໍ້ຕົກລົງສ້າງຕັ້ງສະໂມາສອນນັກທຸລະກິດເລີ່ມຕົ້ນທຸລະກິດ Startup ຫວຽດນາມ (VSBC).
ໃຫ້​ຄຳ​ປຶກ​ສາ, ໜູນ​ຊ່ວຍດ້ານ​ນະ​ໂຍ​ບາຍ, ກົດ​ໝາຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ - ảnh 1ພາບປະກອບ: VOV5

ວັນທີ 15 ມິຖຸນາ 2022, ຢູ່ນະຄອນ ໂຮ່ຈີມິນ ຈະດຳເນີນພິທີເປີດນຳໃຊ້ສະພາວິທະຍາສາດຂຶ້ນກັບສະຖາບັນຄົ້ນຄ້ວາກົດໝາຍປົກປ້ອງວິສາຫະກິດ ແລະ ຜູ້ຊົມໃຊ້. ສະຖາບັນຄົ້ນຄ້ວາກົດໝາຍປົກປ້ອງວິສາຫະກິດ ແລະ ຜູ້ບໍລິໂພກໄດ້ສ້າງຕັ້ງຂຶ້ນເພື່ອແນໃສ່ເຕົ້າໂຮມບັນດານັກວິທະຍາສາດ, ນັກຊ່ຽວຊານທີ່ມີບົດຮຽນປະສົບການໃນຂົງເຂດນະໂຍບາຍ, ກົດໝາຍ, ນັກທຸລະກິດ, ວິສາຫະກິດ ແລະ ຜູ້ບໍລິໂພກ, ໃຫ້ຄຳປຶກສາ, ໜູນຊ່ວຍດ້ານນິຕິກຳ, ສະໜອງຂໍ້ມູນໃຫ້ແກ່ວິສາຫະກິດ, ນັກທຸລະກິດ ແລະ ຜູ້ບໍລິໂພກເພື່ອແນໃສ່ພັດທະນາວິສາຫະກິດ ແລະ ປົກປ້ອງຜູ້ບໍລິໂພກ; ຮ່ວມມື, ເຊື່ອມຕໍ່ກັບບັນດາອົງການ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອປະຕິບັດບັນດາບົດບາດໜ້າທີ່ຂອງສະຖາບັນ.

ໂດຍຕອບສະໜອງຂະບວນການ ປະເທດຊາດເລີ່ມຕົ້ນທຸລະກິດ Startup ໂດຍລັດຖະບານປຸກລະດົມ, ໃນໂອກາດນີ້ ສະຖາບັນຄົ້ນຄ້ວາກົດໝາຍປົກປ້ອງວິສາຫະກິດ ແລະ ຜູ້ບໍລິໂພກ ປະກາດໃຊ້ ແລະ ມອບຂໍ້ຕົກລົງສ້າງຕັ້ງສະໂມາສອນນັກທຸລະກິດເລີ່ມຕົ້ນທຸລະກິດ Startup ຫວຽດນາມ (VSBC). VSBC ໄດ້ດຳເນີນດ້ວຍເປົ້າໝາຍກໍ່ສ້າງລະບົບສະພາບແວດລ້ອມເລີ່ມຕົ້ນທຸລະກິດ Startup ປະດິດຄິດສ້າງ, ຖືເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດຄິດສ້າງເປັນພາຫະນະ, ຖືກຳລັງໜູມແມ່ນຫຼັກແຫຼ່ງ, ຖືຜົນປະໂຫຍດຂອງປະຊາຄົມ - ສັງຄົມແມ່ນກຳນົດທິດ.

ຕອບກັບ