ໂລກລະບາດໂຄວິດ-19: ເປັນມື້ທີ 46 ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ

Chia sẻ
(VOVWORLD) - ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ສະສົມແມ່ນ 1.126 ຄົນ, ໃນນັ້ນ ມີ 1.031 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ ແລະ ມີ 35 ຄົນເສຍຊີວິດ.
ໂລກລະບາດໂຄວິດ-19: ເປັນມື້ທີ 46 ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ - ảnh 1 (ພາບປະກອບ/TTXVN)

  ຕາມບົດລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ ໄລ່ແຕ່ເວລາ 18 ໂມງຂອງວັນທີ 17 ຕຸລາ ຮອດເວລາ 6 ໂມງຂອງວັນທີ 18 ຕຸລາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່. ສະນັ້ນ, ເປັນມື້ທີ 46 ແລ້ວ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ. ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ສະສົມແມ່ນ 1.126 ຄົນ, ໃນນັ້ນ ມີ 1.031 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ ແລະ ມີ 35 ຄົນເສຍຊີວິດ.

ຕອບກັບ