ໂລກລະບາດໂຄວິດ-19: ກຳປູເຈຍ ຢຸດຕິ ຊົ່ວຄາວ ສາຍການບິນຈາກ ອິນໂດເນເຊຍ ແລະ ມາເລເຊຍ

Chia sẻ
(VOVWORLD) -  ຕອນຄ່ຳວັນທີ 25 ກໍລະກົດ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech HunSen ໄດ້ເຫັນດີເປັນເອກະພາບຕໍ່ການສະເໜີຂອງກະຊວງສາທາລະນະສຸກປະເທດນີ້ ກ່ຽວກັບເລື່ອງຢຸດຕິຊົ່ວຄາວບັນດາສາຍການບິນຈາກ ອິນໂດເນເຊຍ ແລະ ມາເລເຊຍ ນັບແຕ່ວັນທີ 01 ສິງຫາ ຈົນຮອດເມື່ອໃດສະພາບການໂລກລະບາດໂຄວິດ-19 ຢູ່ 2 ປະເທດດັ່ງກ່າວຫລຸດລົງ.
ໂລກລະບາດໂຄວິດ-19: ກຳປູເຈຍ ຢຸດຕິ ຊົ່ວຄາວ ສາຍການບິນຈາກ ອິນໂດເນເຊຍ ແລະ ມາເລເຊຍ  - ảnh 1ກຳປູເຈຍ ຢຸດຕິ ຊົ່ວຄາວ ສາຍການບິນຈາກ ອິນໂດເນເຊຍ ແລະ ມາເລເຊຍ  (ພາບ: AFP/TTXVN)

ເອກະສານຂອງກະຊວງສາທາລະນະສຸກ ກຳປູເຈຍ ໃຫ້ຮູ້ວ່າ ນັບແຕ່ວັນທີ 20 ມິຖຸນາ ຫາວັນທີ 25 ກໍລະກົດ, ກະຊວງສາທາລະນະສຸກ ກຳປູເຈຍ ໄດ້ກວດພົບຈຳນວນແຂກທ່ອງທ່ຽວມາ ກຳປູເຈຍ ຕິດເຊື້ອໂຄວິດ-19 ຈາກບັນດາຖ້ຽວບິນແຕ່ ມາເລເຊຍ ແລະ ອິນໂດເນເຊຍ ເພີ່ມຂຶ້ນ.       ມາຮອດວັນທີ 25 ກໍລະກົດ, ກຳປູເຈຍ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ແມ່ນ 225 ຕົນ.

ຕອບກັບ