ໂປໂລຍ, ຢູແກຼນ, ອາເມລິກາ ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືທາງດ້ານການຂົນສົ່ງອາຍແກັສ

Chia sẻ
(VOVWORLD) -ນັບແຕ່ປີ 2021, ສາມາດຂົນສົ່ງປະລິມານອາຍແກັສ 6 ຕື້ ແມັດກ້ອນ ຕໍ່ປີ ໄປຍັງ ຢູແກຼນ.

        ວັນທີ 31 ສິງຫາ, ຢູ່ນະຄອນຫຼວງ Warszawa ຂອງ ໂປໂລຍ, 3 ປະເທດ ລວມມີ ໂປໂລຍ, ຢູແກຼນ ແລະ ອາເມລິກາ ໄດ້ລົງນາມໃນຂໍ້ຕົກລົງລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືໃນຂົງເຂດຂົນສົ່ງອາຍແກັສ. ຜູ້ຕາງໜ້າ 3 ປະເທດດັ່ງກ່າວ ບັນລຸໄດ້ຂໍ້ຕົກລົງ ເພື່ອແນໃສ່ຮັບປະກັນແຫຼ່ງສະໜອງພະລັງງານອາຍແກັສເຫຼວ ຈາກ ອາເມລິກາ ບົນພື້ນຖານໂຄງລ່າງຂອງ ໂປໂລຍ ແລະ ຢູແກຼນ. ໂປໂລຍ ໃຫ້ຮູ້ວ່າ ນັບແຕ່ປີ 2021, ສາມາດຂົນສົ່ງປະລິມານອາຍແກັສ 6 ຕື້ ແມັດກ້ອນ ຕໍ່ປີ ໄປຍັງ ຢູແກຼນ. ໂປໂລຍ ກໍກະຕຸກຊຸກຍູ້ຢູແກຼນ ຍູ້ໄວໂຄງການກໍ່ສ້າງທໍ່ນໍາສົ່ງເຊື້ອເພີງເຊື່ອມຕໍ່ລະຫວ່າງສອງປະເທດ ທີ່ມີຄວາມຍາວ 110 ກິໂລແມັດ.

        ຂໍ້ຕົກລົງຖືກລົງນາມ ກໍເພື່ອແນໃສ່ເພີ່ມທະວີຄວາມປອດໄພໃນການຂົນສົ່ງອາຍແກັສລະຫວ່າງ 3 ປະເທດ, ການຮ່ວມມືໃນການປະຕິຮູບຕະຫຼາດອາຍແກັສຂອງ ຢູແກຼນ, ຍົກສູງພື້ນຖານໂຄງລ່າງນໍາເຂົ້າອາຍແກັສຢູ່ ໂປໂລຍ ແລະ ຢູແກຼນ ກໍຄື ຍົກສູງການສົ່ງອອກອາຍແກັສເຫຼວ ຂອງ ອາເມລິກາ ໄປຍັງ ເອີຣົບ.


ຕອບກັບ