ໂທລະເລກອວຍພອນວັນຊາດສະຫະພັນ ລັດເຊຍ

Chia sẻ
(VOVWORLD) - ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ສືບຕໍ່ບັນລຸໄດ້ຜົນງານທີ່ເປັນໜ້າຊື່ນຊົມຫລາຍຢ່າງ ໃນສະພາບການ 2 ປະເທດພ້ອມກັນສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສະຫະພັນ ລັດເຊຍ (12/06), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງໂທລະເລກອວຍພອນມາຍັງທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin; ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງໂທລະເລກອວຍພອນມາຍັງທ່ານນາຍົກລັດຖະມົນຕີສະຫະພັນ ລັດເຊຍ M. Mishustin; ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ສົ່ງໂທລະເລກອວຍພອນມາຍັງທ່ານນາງປະທານສະພາແຫ່ງຊາດສະຫະພັນລັດເຊຍ V. Matviyenko ແລະ ທ່ານປະທານ ດູມາ ແຫ່ງຊາດລັດເຊຍ V. Volodin. ເນື້ອໃນຂອງໂທລະເລກສະບັບຕ່າງໆມີຕອນຂຽນວ່າ “…ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ສືບຕໍ່ບັນລຸໄດ້ຜົນງານທີ່ເປັນໜ້າຊື່ນຊົມຫລາຍຢ່າງ ໃນສະພາບການ 2 ປະເທດພ້ອມກັນສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ…”

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ກໍ່ໄດ້ສົ່ງໂທລະເລກອວຍພອນມາຍັງທ່ານລັດຖະມົນຕີກະຊວງການຕ່າງປະເທດສະຫະພັນ ລັດເຊຍ S. Lavrov ເຊັ່ນດຽວກັນ.

ຕອບກັບ