ໂຄ​ສະ​ນາ​​ຊຸດເສື້ອ​ຍາວ ຫວຽດ​ນາມ ຢູ່​ໄທ

Chia sẻ
(VOVWORLD) -ທ່ານຟານຈີແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຢັ້ງຢືນຄວາມ ຫວັງວ່າເສື້ອຍາວ ບໍ່ພຽງແຕ່ແມ່ນສັນຍາລັກທາງດ້ານວັດທະນະທຳເທົ່ານັ້ນ ຫາກຍັງຈະກາຍເປັນ “ທູດທ່ອງທ່ຽວ” ຂອງ ຫວຽດນາມ ສຳລັບສື່ມວນຊົນໄທ.
ໂຄ​ສະ​ນາ​​ຊຸດເສື້ອ​ຍາວ ຫວຽດ​ນາມ ຢູ່​ໄທ - ảnh 1ບັນດານັກອອກແບບ ພ້ອມກັບນາງແບບ ຫວຽດນາມ

ຕອນຄ່ຳວັນທີ 7 ທັນວາ, ໃນຂອບເຂດສັບປະດາ ແຟຊັ່ນສາກົນ ແພໄໝ ໄທຄັ້ງທີ 3 ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ສົມທົບກັບສະມາຄົມແພໄໝໄທ ແລະ ໂຄສະນາວັດທະນະທຳ ໄທຈັດຕັ້ງລາຍການສະແດງແຟຊັ່ນ, ສິລະປະພິເສດທີ່ມີຊື່ວ່າ “ເສື້ອຍາວພົບກັບແພໄໝໄທ”.

ທ່ານຟານຈີແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຢັ້ງຢືນຄວາມ ຫວັງວ່າເສື້ອຍາວ ບໍ່ພຽງແຕ່ແມ່ນສັນຍາລັກທາງດ້ານວັດທະນະທຳເທົ່ານັ້ນ ຫາກຍັງຈະກາຍເປັນ “ທູດທ່ອງທ່ຽວ” ຂອງ ຫວຽດນາມ ສຳລັບສື່ມວນຊົນໄທ, ເພື່ອແນໃສ່ຊຸກຍູ້ຄວາມສະໜິດຕິດພັນ ແລະ ພົວພັນແລກປ່ຽນວັດທະນະທຳ, ການທ່ອງທ່ຽວ ລະຫວ່າງປະຊາຊົນສອງປະເທດອີກດ້ວຍ.

ຢູ່ງານວາງສະແດງ, ບັນດານາງງາມ, ນາງແບບແຖວໜ້າ ຫວຽດນາມ ໄດ້ແນະນຳໄຫ້ ແຂກຖືກເຊີນຜູ້ຊົມກ່ຽວກັບຊຸດເສື້ອຍາວ ທີ່ໄດ້ຕັດຫຍິບດ້ວຍແພໄໝໄທ ແລະ ແພໄໝ ຫວຽດ. ແຕ່ລະຊຸດລ້ວນແຕ່ເຕັມໄປດ້ວຍສີສັນວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ.

ຕອບກັບ