ແຂວງ ລາຍເຈົາ ສົ່ງເສີມຜະລິດຕະພັນຊາເຂົ້າຕະຫຼາດ ຕາເວັນອອກກາງ, ອາຟຣີກາເໜືອ ແລະ ອາຊີໃຕ້

Chia sẻ
(VOVWORLD) -  ກອງປະຊຸມສຳມະນານີ້ໂດຍຄະນະກຳມະການປະຊາຊົນແຂວງ ລາຍເຈົາ ສົມທົບກັບກະຊວງການຕ່າງປະເທດຈັດຂິ້ນດ້ວຍຮູບແບບເຊິ່ງໜ້າ ທີ່ສຳນັກງານເຮັດວຽກຂອງກະຊວງການຕ່າງປະເທດ ແລະ ແບບທາງໄກ
ແຂວງ ລາຍເຈົາ ສົ່ງເສີມຜະລິດຕະພັນຊາເຂົ້າຕະຫຼາດ ຕາເວັນອອກກາງ, ອາຟຣີກາເໜືອ ແລະ ອາຊີໃຕ້ - ảnh 1ພາບປະກອບ

ວັນທີ 15  ມິຖຸນາ ຈະມາເຖິງ, ຢູ່ຮ່າໂນ້ຍ ຈະຈັດກອງປະຊຸມສຳມະນາສົ່ງເສີມຜະລິດຕະພັນຊາຂອງແຂວງ ລາຍເຈົາ ເຂົ້າຕະຫຼາດຕາເວັນອອກກາງ, ອາຟຣີກາເໜືອ ແລະ ອາຊີໃຕ້. ກອງປະຊຸມສຳມະນານີ້ໂດຍຄະນະກຳມະການປະຊາຊົນແຂວງ ລາຍເຈົາ ສົມທົບກັບກະຊວງການຕ່າງປະເທດຈັດຂິ້ນດ້ວຍຮູບແບບເຊິ່ງໜ້າ ທີ່ສຳນັກງານເຮັດວຽກຂອງກະຊວງການຕ່າງປະເທດ ແລະ ແບບທາງໄກເຊື່ອມຕໍ່ກັບບັນດາສະຖານທີ່ຄື: ຕາເວັນອອກກາງ, ອາຟຣີກາເໜືອ ແລະ ອາຊີໃຕ້. ຄາດວ່າຈະມີຜູ້ແທນພາຍໃນ ແລະ ຕ່າງປະເທດປະມານ 100 ທ່ານເຂົ້າຮ່ວມ.

ທີ່ກອງປະຊຸມສຳມະນາ, ຍັງຈະຈັດວາງສະແດງ, ໂຄສະນາ, ແນະນຳຄວາມສາມາດບົ່ມຊ້ອນການພັດທະນາໃນບັນດາຂົງເຂດ, ບັນດາຜະລິດຕະພັນກ່ຽວກັບຊາ ແລະ ຜະລິດຕະພັນ OCOP ດີເດັ່ນ, ເປັນເອກະລັກສະເພາະຂອງແຂວງລາຍເຈົາ.

ຕອບກັບ