ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ນຳ​ໃຊ້​ທຶນ​ຂອງ ທະ​ນາ​ຄານ​ໂລກ

Chia sẻ
(VOVWORLD) -  ວັນທີ 13 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ໃຫ້ການຕ້ອນຮັບທ່ານນາງ Carolyn Turk ຜູ້ອຳນວຍການແຫ່ງຊາດ ທະນາຄານ WB ປະຈຳ ຫວຽດນາມ.
ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ນຳ​ໃຊ້​ທຶນ​ຂອງ ທະ​ນາ​ຄານ​ໂລກ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໃຫ້ການຕ້ອນຮັບທ່ານນາງ Carolyn Turk ຜູ້ອຳນວຍການແຫ່ງຊາດ ທະນາຄານ WB ປະຈຳ ຫວຽດນາມ (ພາບ: TTXVN)

ທີ່ການຕ້ອນຮັບທ່ານ ເຈິ່ນລຶວກວາງ ໄດ້ຕີລາຄາສູງ WB ໃນການລະດົມແຫຼ່ງກຳລັງອຸປະຖຳໃຫ້ແກ່ບັນດາໂຄງການຢູ່ ຫວຽດນາມ ໃນໄລຍະຜ່ານມາ, ທ່ານສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຜັນຂະຫຍາຍ, ປະຕິບັດສຳເລັດບັນດາໂຄງການນຳໃຊ້ທຶນກູ້ຢືນຂອງ WB ໃນໄລຍະຜ່ານມາ. ຝ່າຍຫວຽດນາມ ໄດ້ສະເໜີເຈລະຈາ, ເຊັ່ນສັນຍາແມ່ ກັບ WB,  ເພື່ອແນໃສ່ສ້າງຄວາມກົມກຽວໃນການປະຕິບັດລະບຽບການລະຫວ່າງ ຫວຽດນາມ ແລະ WB, ເປັນຕົ້ນແມ່ນນະໂຍບາຍຊົດເຊີຍ, ບຸກເບີກໜ້າພຽງ ແລະ ກົນໄກແກ້ໄຂການຮ້ອງທຸກຮ້ອງຟ້ອງ. ສ່ວນທ່ານນາງ Carolyn Turk ໄດ້ຢັ້ງຢືນວ່າ WB ພ້ອມແລ້ວທີ່ຈະເຮັດວຽກ, ສົມທົບກັບ ຝ່າຍ ຫວຽດນາມ ເພື່ອປຶກສາຫາລືກ່ຽວກັບຂໍ້ສະເໜີນີ້ຢ່າງລະອຽດກ່ວາ.

ແລະກໍ່ໃນວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານ Mette Ekeroth ອຸປະທູດຊົ່ວຄາວ ສະຖານທູດ ແດນມາກ ປະຈຳ ຫວຽດນາມ, ແລະ ທ່ານປະທານກຸ່ມບໍລິສັດ Vestas, Anders Runevad.

ທີ່ການຕ້ອນຮັບທ່ານ ເຈິ່ນຮົ່ງຮ່າ ໄດ້ສະເໜີແດນມາກ ໜູນຊ່ວຍດ້ານເຄື່ອງມື, ນັກຊ່ຽວຊານ, ເຕັກໂນໂລຢີ, ວິທີການແກ້ໄຂເພື່ອໃຫ້ ຫວຽດນາມ ປັບປຸງ ແຜນການປະຕິບັດການວາງແຜນກຳນົດໄຟຟ້າ 8 ໃຫ້ສົມບູນແບບ, ຜັນຂະຫຍາຍບັນດາຂໍ້ລິເລີ່ມຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ການຫັນປ່ຽນສີຂຽວ, ຫັນປ່ຽນພະລັງງານທີ່ມີຄວາມຍຸຕິທຳ, ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດສີຂຽວ

ຕອບກັບ