ເຫດ​ເຮືອ​ຫຼົ້ມ​ຢູ່​ພາກ​ຕາ​ເວັນ​ອອກ ສ​ປ. ກົງ​ໂກ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 78 ຄົນ

Chia sẻ
(VOVWORLD) - ມີເຮືອລຳໜຶ່ງ ທີ່ໂດຍສານ 278 ຄົນ ຖືກຫຼົ້ມຢູ່ໜອງ Kivu ທາງພາກຕາເວັນອອກ ສາທາລະນະລັດ ປະຊາທິປະໄຕ  ກົງໂກ  (ສປ.ກົງໂກ) ໃນວັນທີ 3 ຕຸລາ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ  78 ຄົນ.
ເຫດ​ເຮືອ​ຫຼົ້ມ​ຢູ່​ພາກ​ຕາ​ເວັນ​ອອກ ສ​ປ. ກົງ​ໂກ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 78 ຄົນ - ảnh 1ວຽກງານກູ້ໄພກູ້ຊີບ ແລະ ສືບສວນຫາສາຍເຫດຂອງອຸບັດຕິເຫດ ພວມສືບຕໍ່ໄດ້ດຳເນີນ.   (ພາບ: Reuters)

 ປັດຈຸບັນ, ຍັງບໍ່ທັນຮູ້ຈຳນວນຜູ້ປະສົບເຄາະຮ້າຍຖືກຫາຍສາບສູນ, ໃນຂະນະທີ່ກຳລັງເຈົ້າໜ້າທີ່ໃນເຂດຍັງບໍ່ມີຂໍ້ມູນຜູ້ເສຍຊີວິດທີ່ເປັນເອກະພາບເທື່ອ. ຜູ້ວ່າການແຂວງ Kivu ໃຕ້  ທ່ານ Jean Jacques Purisi ແຈ້ງໃຫ້ຊາບວ່າ ຈຳນວນຜູ້ເສຍຊີວິດ ແມ່ນ 78 ຄົນ ແລະ ມີຜູ້ໂດຍສານ 278 ຄົນປະສົບເຄາະຮ້າຍໃນເຫດເຮືອຫຼົ້ມດັ່ງກ່າວ. ໃນຂະນະນັ້ນ, ຜູ້ວ່າການຂອງແຂວງ Kivu ເໜືອ ໃຫ້ຮູ້ວ່າ ໄລ່ຮອດປັດຈຸບັນ, ມີຜູ້ລອດຕາຍ 58 ຄົນ ແລະ ຢັ້ງຢືນວ່າ 28 ຄົນເສຍຊີວິດ.

        ອຳນາດການປົກຄອງທ້ອງຖິ່ນ ແຈ້ງໃຫ້ຊາບວ່າ ວຽກງານກູ້ໄພກູ້ຊີບ ແລະ ສືບສວນຫາສາຍເຫດຂອງອຸບັດຕິເຫດດັ່ງກ່າວ ພວມສືບຕໍ່ໄດ້ດຳເນີນ.  

ຕອບກັບ