ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິສາຫະກິດຝລັ່ງໂກໂຟນີກ່ຽວກັບນະວັດຕະກຳ, ປະດິດຄິດສ້າງ

Chia sẻ
(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕີລາຄາສູງບັນດາຫົວຂໍ້ຈຸດສຸມຂອງເວທີປາໄສ FrancoTech. ຫວຽດນາມ ປາດຖະໜາຢາກຮ່ວມມືກັນຢ່າງແໜ້ນແຟ້ນກວ່າກັບບັນດາຄູ່ຮ່ວມມື, ໃນນັ້ນມີ ຝລັ່ງ ແລະ ບັນດາປະເທດໃຊ້ພາສາຝລັ່ງ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິສາຫະກິດຝລັ່ງໂກໂຟນີກ່ຽວກັບນະວັດຕະກຳ, ປະດິດຄິດສ້າງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ   ກ່າວຄຳເຫັນທີ່ເວທີປາໄສ
(ພາບ: TTXVN)

        ໃນຂອບເຂດລາຍການເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19 ແລະ ຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການ, ແຕ່ວັນທີ 03 – 07 ຕຸລາ. ຕອນເຊົ້າວັນທີ 04 ຕຸລາ, ຢູ່ ປາຣີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສທີ່ເວທີປາໄສວິສາຫະກິດຝລັ່ງໂກໂຟນີກ່ຽວກັບນະວັດຕະກຳ, ປະດິດຄິດສ້າງ (FrancoTech).

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕີລາຄາສູງບັນດາຫົວຂໍ້ຈຸດສຸມຂອງເວທີປາໄສ FrancoTech. ຫວຽດນາມ ປາດຖະໜາຢາກຮ່ວມມືກັນຢ່າງແໜ້ນແຟ້ນກວ່າກັບບັນດາຄູ່ຮ່ວມມື, ໃນນັ້ນມີ ຝລັ່ງ ແລະ ບັນດາປະເທດໃຊ້ພາສາຝລັ່ງ, ເພື່ອພັດທະນາຂະແໜງອຸດສາຫະກຳປາຍແຫຼມ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ປັນຍາປະດິດ, startup… ທີ່ເວທີປາໄສ, ທ່ານກໍ່ຮຽກຮ້ອງໃຫ້ບັນດາວິສາຫະກິດ, ນັກລົງທຶນໃນປະຊາຄົມໃຊ້ພາສາຝລັ່ງ ສືບຕໍ່ເອົາໃຈໃສ່, ມາລົງທຶນຢູ່ ຫວຽດນາມ.

        ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19, ຢູ່ ຝລັ່ງ ແຕ່ວັນທີ 04 – 05 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມີບົດຂຽນທີ່ລົງພິມໃນວາລະສານ Influences.

        ໃນບົດຂຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນການເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງກ່ຽວກັບການຮ່ວມມືດ້ານເສດຖະກິດກັບບັນດາປະເທດໃນປະຊາຄົມໃຊ້ພາສາຝລັ່ງ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງ ຫວຽດນາມ. ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານເສດຖະກິດຝລັ່ງໂກໂຟນີ ກໍຄືການປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງຝລັ່ງໂກໂຟນີ ເພື່ອສັນຕິພາບ, ການຮ່ວມມື, ຄວາມສາມັກຄີ ແລະ ການພັດທະນາແບບຍືນຍົງໃນປະຊາຄົມໃຊ້ພາສາຝລັ່ງ.

ຕອບກັບ