ເວລາເລີ່ມຕົ້ນການເຈລະຈາໂດຍສັນຕິກ່ຽວກັບຊີຣີບໍ່ທັນກຳນົດເທື່ອ

Chia sẻ
ສຳນັກ​ຂ່າວສານ ຝລັ່ງ AFP ​ໄດ້​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ໃກ້​ຊິດ​ກັບ​ຄະນະ​ເຈລະຈາ​ຂອງ​ລັດຖະບານ ຊີຣີ ​ໃນ​ວັນ​ທີ 7/3 ​ໂດຍ​ໃຫ້​ຮູ້​ວ່າ, ລັດຖະບານ​ປະ​ເທດ​ນີ້ ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ຮອບ​ເຈລະຈາ​ສັນຕິພາບ​ຄັ້ງ​ໃໝ່​ກັບ​ຝ່າຍ​ຄ້ານ​ຢູ່ ​ເຊີ​ແນວ, ປະ​ເທດ ສະ​ວິດ
ເວລາເລີ່ມຕົ້ນການເຈລະຈາໂດຍສັນຕິກ່ຽວກັບຊີຣີບໍ່ທັນກຳນົດເທື່ອ - ảnh 1
 ປະທານາທິບໍດີ ຊີຣີ Bashar al-Assad.
(ພາບ: AFP/ TTXVN)

(vovworld) - ສຳນັກ​ຂ່າວສານ ຝລັ່ງ AFP ​ໄດ້​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ໃກ້​ຊິດ​ກັບ​ຄະນະ​ເຈລະຈາ​ຂອງ​ລັດຖະບານ ຊີຣີ ​ໃນ​ວັນ​ທີ 7/3 ​ໂດຍ​ໃຫ້​ຮູ້​ວ່າ, ລັດຖະບານ​ປະ​ເທດ​ນີ້ ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ຮອບ​ເຈລະຈາ​ສັນຕິພາບ​ຄັ້ງ​ໃໝ່​ກັບ​ຝ່າຍ​ຄ້ານ​ຢູ່ ​ເຊີ​ແນວ, ປະ​ເທດ ສະ​ວິດ ​ແຕ່​ວັນ​ທີ 14/3. ​ແຫຼ່ງຂ່າວ​ດັ່ງກ່າວ​ບໍ່​ໃຫ້​ຮູ້​ລະອຽດ​ກ່ຽວ​ກັບ​ໄລຍະ​ເວລາ​ຄະນະ​ຜູ້​ແທນ​ລັດຖະບານ​ຈະ​ໄປ​ ​ເຊີ​ແນວ ​ເທື່ອ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 5/3, ທ່ານ Staffan de Mistura, ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ບັນດາ ຊີຣີ ​ໃຫ້​ຮູ້​ວ່າ, ການ​ເຈລະຈາ​ໂດຍ​ສັນ​ຕິ​ກ່ຽວ​ກັບ ຊີຣີ ຄາດ​ວ່າ​ຈະດຳ​ເນີນ​ຄືນ​ໃໝ່​ໃນ​ວັນ​ທີ 10/3 ຈະ​ມາ​ເຖິງ, ຕາມ​ນັ້ນ​ແລ້ວ, ບາງ​ຄະນະ​ຜູ້​ແທນ​ຈະ​ມີໜ້າ​ຢູ່ ​ເຊີ​ແນວ ​​ແຕ່​ວັນ​ທີ 9/3. ປະຈຸ​ບັນ, ຍັງ​ບໍ່​ທັນ​ຮູ້​ວ່າ​ຝ່າຍ​ຄ້ານ ຊີຣີ ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ດັ່ງກ່າວ​ຫຼື​ບໍ່.