ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ໜູນ​ຊ່ວຍ ວິ​ສາ​ຫະ​ກິດ​ໂດຍ​ແມ່​ຍິງ​ເປັນ​ເຈົ້າ​ຂອງ

Chia sẻ
(VOVWORLD) -  ທ່ານນາງ Caroline T. Nyamayemombe ຫົວໜ້າຜູ້ຕາງໜ້າ UN Women ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ການມອບສິດໃຫ້ແມ່ຍິງ  ເຂົ້າຮ່ວມພື້ນຖານເສດຖະກິດຢ່າງມີຄວາມສະເໝີພາບ ອາດຈະຊ່ວຍການເຕີບໂຕ GDP ທົ່ວໂລກ ຂຶ້ນເຖິງ 28.000 ຕື້ USD ໃນປີ 2025.
ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ໜູນ​ຊ່ວຍ ວິ​ສາ​ຫະ​ກິດ​ໂດຍ​ແມ່​ຍິງ​ເປັນ​ເຈົ້າ​ຂອງ - ảnh 1ເວທີປາໄສ “ໜູນຊ່ວຍວິສາຫະກິດໂດຍ ແມ່ຍິງເປັນເຈົ້າຂອງ ເຂົ້າຮ່ວມລະບົບສະໜອງຜ່ານບັນດາເຄື່ອງມືພັດທະນາແບບຍືນຍົງ" (ພາບ:  VOV)

ຕອນເຊົ້າວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ສະພານັກທຸລະກິດຍິງ ຫວຽດນາມ ຂຶ້ນກັບ ສະຫະພັນ ການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ແລະ ອົງການ ສປຊ ກ່ຽວກັບຄວາມສະເໝີພາບ ລະຫວ່າງຍິງ ແລະ ການມອບສິດໃຫ້ແກ່ແມ່ຍິງ (UN Women) ສົມທົບກັນຈັດເວທີປາໄສ ດ້ວຍຫົວຂໍ້ “ໜູນຊ່ວຍວິສາຫະກິດໂດຍ ແມ່ຍິງເປັນເຈົ້າຂອງ ເຂົ້າຮ່ວມລະບົບສະໜອງຜ່ານບັນດາເຄື່ອງມືພັດທະນາແບບຍືນຍົງ”.

ທີ່ເວທີປາໄສ, ທ່ານນາງ Caroline T. Nyamayemombe ຫົວໜ້າຜູ້ຕາງໜ້າ UN Women ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ການມອບສິດໃຫ້ແມ່ຍິງ  ເຂົ້າຮ່ວມພື້ນຖານເສດຖະກິດຢ່າງມີຄວາມສະເໝີພາບ ອາດຈະຊ່ວຍການເຕີບໂຕ GDP ທົ່ວໂລກ ຂຶ້ນເຖິງ 28.000 ຕື້ USD ໃນປີ 2025. ປັດຈຸບັນ, ຢູ່ ຫວຽດນາມ ມີກ່ວາ 20% ເຈົ້າຂອງວິສາຫະກິດຂະໜາດກາງ ແລະ ນ້ອຍເປັນເພດຍິງ, 51% ວິສາຫະກິດ ຫວຽດນາມ ມີແມ່ຍິງໃນໂຄງປະກອບເຈົ້າຂອງກຳມະສິດ, ສູງກ່ວາເມື່ອທຽບໃສ່ກັບບັນດາປະເທດອື່ນ. ຕາມທ່ານ ຫງວຽນກວາງວິງ, ຮອງປະທານ VCCI ແລ້ວ, ເລື່ອງເຂົ້າຮ່ວມລະບົບສະໜອງຢູ່ລະບັບສູງຍັງແມ່ນສິ່ງທ້າທາຍສຳລັບຫຼາຍວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ. ທ່ານໃຫ້ຮູ້ວ່າ:       

ຕາມປຶ້ມປົກຂາວກ່ຽວກັບວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍແມ່ຍິງເປັນເຈົ້າຂອງ ຢູ່ ຫວຽດນາມ ໂດຍ ກະຊວງແຜນການ ແລະ ການລົງທຶນ ປະກາດໃນເດືອນທັນວາປີ 2023, ມີພຽງແຕ່ 4%ຍອດວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍແມ່ຍິງເປັນເຈົ້າຂອງ ໄດ້ຮັບການຕີລາຄາແມ່ນມີຄວາມຂະຫຍັນຂັນເຄື່ອນ ແລະ ເຂົ້າຮ່ວມລະບົບສະໜອງ ແລະ ລະບົບມູນຄ່າຢ່າງມີປະສິດທິຜົນ.

ຕອບກັບ