ເຫດການໂດຍມີການເຂົ້າຮ່ວມຂອງການນຳບັນດາວິສາຫະກິດ, ສັງຄົມພົນລະເມືອງ, ວົງການນັກຮຽນຮູ້, ປະມຸກລັດທີ່ມາຈາກ 65 ປະເທດ ແລະ ຜູ້ນຳໜ້າລັດຖະບານ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ… ກວ່າ 3.000 ຄົນ.
ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວຢູ່ເຊີແນວ ໃນວັນທີ 15 ມັງກອນ, ທ່ານ Klaus Schwab, ຜູ້ກໍ່ຕັ້ງ ແລະ ປະທານບໍລິຫານເວທີປາໄສເສດຖະກິດໂລກ (WEF) ໃຫ້ຮູ້ວ່າ, ກອງປະຊຸມປະຈຳປີ WEF 2019 ຈະສຸມໃສ່ກຳນົດໂຄງການດຳເນີນງານທົ່ວໂລກ, ເພື່ອແນໃສ່ສ້າງໂລກາພິວັດໃຫ້ສົມບູນແບບກວ່າ, ພ້ອມທັງມຸ່ງໄປເຖິງເປົ້າໝາຍບັນດາຜູ້ບໍ່ນອນໃນໂຄງການ, ບັນດາຜູ້ຖືກຄວາມສ່ຽງສູງກວ່າເພີ່ນໃນວິວັດແຫ່ງການຫັນເປັນໂລກາພິວັດນີ້.
ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະນຳໜ້າເຂົ້າຮ່ວມກອງປະຊຸມ, ເພື່ອແນໃສ່ສົ່ງສານກ່ຽວກັບແນວທາງ, ການກຳນົດທິດ, ນະໂຍບາຍ, ມາດຕະການໃຫຍ່ຂອງລັດຖະບານ ຫວຽດນາມ ກ່ຽວກັບການພັດທະນາເສດຖະກິດ, ສັງຄົມໃນປີ 2019, ຜ່ານນັ້ນຊຸກຍູ້ບັນດາຄູ່ຮ່ວມມື, ກຸ່ມບໍລິສັດແຖວໜ້າສືບຕໍ່ເພີ່ມທະວີການຮ່ວມມືກັບຫວຽດນາມ.