ເລີ່ມດຳເນີນການເຈລະຈາສັນຕິພາບຢູ່ຊີຣີຢ່າງເປັນທາງການ

Chia sẻ
ການ​ເຈລະຈາ​ສັນຕິພາບ​ຢູ່ ​ເຊີ​ແນວ (ປະ​ເທດ ສະ​ວິດ) ​ເພື່ອ​ແນ​ໃສ່​ຢຸດຕິ​ເສີກ​ກາງ​ເມືອງ​ຢູ່ ຊີຣີ ເລີ່​ມດຳ​ເນີນຢ່າງ​ເປັນ​ທາງ​ການ.
ເລີ່ມດຳເນີນການເຈລະຈາສັນຕິພາບຢູ່ຊີຣີຢ່າງເປັນທາງການ - ảnh 1
ທ່ານ Staffan de Mistura, ທູດ​ພິ​ເສດ​ຂອງ ສປຊ ກ່ຽວ​ກັບ ຊີຣີ
(ພາບ: AFP)

(vovworld) – ​ວັນ​ທີ 1/2, ທູດ​ພິ​ເສດ​ຂອງ ສປຊ ກ່ຽວ​ກັບ ຊີຣີ ທ່ານ Staffan de Mistura ຖະ​ແຫຼ​ງວ່າ:ການ​ເຈລະຈາ​ສັນຕິພາບ​ຢູ່ ​ເຊີ​ແນວ (ປະ​ເທດ ສະ​ວິດ) ​ເພື່ອ​ແນ​ໃສ່​ຢຸດຕິ​ເສີກ​ກາງ​ເມືອງ​ຢູ່ ຊີຣີ ເລີ່​ມດຳ​ເນີນຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Mistura ​ຖະ​ແຫຼ​ງວ່າ: ​ເຖິງ​ວ່າການ​ເຈລະ​ຈາ​ຈະ​ສັບສົນ ​ແລະ ​ຫຍຸ້ງຍາກກໍ່ຕາມ, ​ແຕ່​ ​ປະຊາຊົນ ຊີຣີ ຈະ​ໄດ້​ເຫັນ​ບັນດາ​ຜົນ​ງານ​ອັນລະອຽດ. ​ເຖິງ​ວ່າ​ບໍ່​​ເຕື້ອງ​ເຖິງ​ຮອບ​ເຈລະຈາ​ທຳ​ອິດ​ຈະ​ແກ່ຍາວ​ໃນ​ເວລາ​ດົນເທົາ​ໃດ​ກໍ​ຕາມ, ​ແຕ່​ທ່ານ Mistura ສະ​ແດງ​ຄວາມ​ຫວັງວ່າ​ບັນດາ​ຝ່າຍ “ຈະ​ບັນລຸ​ໄດ້​ສິ່ງ​ໃດສິ່ງ​ໜຶ່ງ” ກ່ອນ​ວັນ​ທີ 11/2. ​ໃນ​ວັນ​ທີ 2/2, ທ່ານ Mistura ມີ​ການ​ພົບ​ປະ​ກັບ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ຊີຣີ. ​ແລະໃນ​ຕອນ​ບ່າຍ​ວັນ​ດຽວ​ກັນຈະ​ພົບ​ປະຄື​ນ​ໃໝ່​ກັບບັນດາ​ສະມາ​ຊິກ​ໃນ​ຄະນະ​ກຳມະການ​ເຈລະຈາ​ຂັ້ນ​ສູງ (HNC) ​ເພື່ອ​ປຶກສາ​ຫາລື​​ເລິກ​ເຊິ່ງກ່ວາ​ກ່ຽວ​ກັບ​ບັນຫາທີ່​ໄດ້​ວາງ​ອອກ.