ເລີ່ມດຳເນີນການຜະລິດໃນຕົ້ນປີໃໝ່ຢູ່ແຂວງ ກາເມົາ

Chia sẻ

ເລີ່​ມດຳ​ເນີນ​ການ​ຜະລິດ​ໃນ​ຕົ້ນ​ປີ​​ໃໝ່ຢູ່​ແຂວງ ກາ​ເມົາ

ເລີ່ມດຳເນີນການຜະລິດໃນຕົ້ນປີໃໝ່ຢູ່ແຂວງ ກາເມົາ - ảnh 1
ພາບປະກອບ

(vovworld) - ວັນ​ທີ 12/2 (ກົງ​ກັບ​ວັນ​ທີ 3 ​ເດືອນ​ຈຽງ), ບໍລິສັດ, ​ໂຮງງານ​ຫຼາຍ​ແຫ່ງ​ຢູ່​ແຂວງ ກາ​ເມົາ ​ໄດ້​ເລີ່​ມ​ເຄື່ອນ​ໄຫວ, ​​ເປີດ​ສາກ​ໃຫ້​ການ​ຜະລິດ​ໃນ​ປີ​ໃໝ່. ປີ​ນີ້, ບັນດາ​ບໍລິສັດ​ຢູ່​ແຂວງ ກາ​ເມົາ ​ໄດ້​ວາງ​ອອກບັນດາ​ມາ​ດຕະການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຢ່າງ​ແທດ​ຈິງ​ຄື: ຫັນ​ບັນດາ​ຜະລິດ​ຕະພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ເພີ່​ມທະວີ​ການ​ປຸງ​ແຕ່ງ​ຜະລິດຕະພັນ​ມຸນ​ຄ່າ​ເພີ່ມ, ​ເປີດ​ກ້ວາງ​ຕະຫຼາດ​ສົ່ງ​ອອກ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິ​ດສູງ. ທ່ານ ຫຼີວັນ​ທ້ວນ, ​ເລຂາທິການ​ໃຫຍ່​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ແຂວງ ກາ​ເມົາ ​ໃຫ້​ຮູ້​ວ່າ:

“ວິ​ສາ​ຫະກິດ​ຄວນ​ສຸມ​ໃສ່​ແກ້​ໄຂ​ການ​ຂາດ​ແຄນ​ວັດຖຸ​ດິບ, ​ເພີ່ມ​ທະວີ​ການ​ປຸງ​ແຕ່ງ​ສິນຄ້າ​ມູນ​ຄ່າ​ເພີ່ມ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງຕະຫຼາດ, ​ເໝາະ​ສົມ​ກັບ​ສະພາບ​ການ​ໃນ​ແຂ​ວງ, ຫຼຸດຜ່ອນ​ລາຄາ, ​ເຮັດ​ແນວ​ໃດ​ໃຫ້​ປະລິມານ​ການ​ຜະລິດ​ກຸ້ງ​ເພີ່ມ​ຂຶ້ນ.”

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກຳ່​ປັ່ນ​ຫາ​ປາ​ກ່ວາ 1.200 ລຳ​ຂອງ​ແຂວງ​ ກາ​ເມົາ​ໄດ້​ອອກ​ສູ່ທະ​ເລ​ໄປ​ຫາ​ປາ. ທ່ານ ລື​ວມິນ​ເຍີ​ດ (Luu Minh Nhat), ປະທານ​ຄະນະ​ກຳມະການ​ເມືອງ ​ເຈີ​ນວັນ​ເທີ່​ຍ ​ໃຫ້​ຮູ້ວ່າ: ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ໃຫ້​ບຸລິມະສິດ​ແກ່​ການ​ພັດທະນາ​ກອງ​ກຳ່​ປັ່ນ ຫາ​ປາ​ໄກ​ຝັ່ງ, ຈັດ​ຕັ້ງ​ການ​ເຄື​ອ່ນ​ໄຫວ​ຂອງ​ກຳລັງ​ຊາວ​ປະມົງ​ໃຫ້​ເປັນ​ລະບຽບ​ຮຽບຮ້ອຍ, ທັງ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ, ທັງ​ເຮັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ບົນ​ທະ​ເລ. ດ້ວຍ​ກອງ​ກຳ່​ປັ່ນ​ຫາ​ປາ​ໃຫຍ່​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ​(​ເກືອບ 3.000 ລຳ), ປະລິມານ​ສິນ​ໃນ​ນ້ຳຂ​ອງ​ເທດສະບານ ຊົງ​ດົກ (Song Doc) ຈະ​ປະກອບສ່ວນ​ເຂົ້າ​ໃນຍອດ​ປະລິມານຂອງ​ແຂວງ ກາ​ເມ​ົາ 350.000 ​ໂຕນ, ວົງ​ເງິນ​ສົ່ງ​ອອກ​ບັນລຸ 1 ຕື້ USD.