ທ່ານນາງ Annegret Kramp Karrenbauer. ພາບ: AP |
ໜັງສືພິມ The Sydney Morning Heral ສະບັບອອກວັນທີ 02 ພະຈິກ ໄດ້ຄັດສະເໜີຄຳເວົ້າຂອງທ່ານນາງ ລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ Annegret Kramp Karrenbauer ເຊິ່ງໄດ້ສະແດງຄວາມຫວັງວ່າ ປີໜ້າ ເຢຍລະມັນ ອາດຈະຜັນຂະຫຍາຍທະຫານ ເພື່ອພ້ອມກັບ ອົດສະຕາລີ ເຂົ້າຮ່ວມບັນດາການລາດຕະເວນຢູ່ມະຫາສະໝຸດອິນເດຍ - ປາຊີຟິກ. ທ່ານນາງ Karrenbauer ໃຫ້ຮູ້ວ່າ: ການມີໜ້າຂອງ ເຢຍລະມັນ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ຈະຊ່ວຍປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ກົດໝາຍ.
ໃນຕົ້ນເດືອນ ກັນຍາ 2020, ເຢຍລະມັນ ໄດ້ກາຍເປັນປະເທດ ເອີຣົບ ທີສອງ, ຖັດຈາກ ຝຣັ່ງ, ປະກາດຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ ແນໃສ່ສ້າງກອບຍຸດທະສາດໃຫ້ແກ່ພາກພື້ນ ແລະ ສ້າງບັນດາສະຖານທີ່ເຊື່ອມຕໍ່ໃຫ້ແກ່ການເພີ່ມທະວີການຮ່ວມມືຫລາຍດ້ານ ໃນນັ້ນ ລວມມີການປ້ອງກັນຄວາມໝັ້ນຄົງກັບບັນດາຄູ່ຮ່ວມມືຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ. ຫລັງຈາກນັ້ນ, ເຢຍລະມັນ ພ້ອມກັບ ຝຣັ່ງ, ອັງກິດ ກໍ່ໄດ້ສົ່ງຈົດໝາຍທາງການເຖິງສະຫະປະຊາຊາດ ເພື່ອຄັດຄ້ານບັນດາຄຳຮຽກທວງສິດຂອງ ຈີນ ຢູ່ທະເລຕາເວັນອອກ.