ເພີ່ມ​ພູນ​ຄູນ​ສ້າງ ແລະ ນຳ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ລາວ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ

Chia sẻ
(VOVWORLD) - ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ສືບຕໍ່ເສີມຂະຫຍາຍການພົວພັນດ້ານການເມືອງທີ່ມີຄວາມສະໜິດຕິດພັນລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ, ພ້ອມກັນປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ.
ເພີ່ມ​ພູນ​ຄູນ​ສ້າງ ແລະ ນຳ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ລາວ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: TTXVN)

ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສສຸດຍອດຮ່ວມມືສາກົນ ໜຶ່ງແລວ, ໜຶ່ງເສັ້ນທາງຄັ້ງທີ 3, ຕອນເຊົ້າວັນທີ 19 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ປັກກິ່ງ, ປະເທດຈີນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ - ປະທານປະເທດ ລາວ ທອງລຸນ ສີສຸລິດ. ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ລາວ, ໂດຍແມ່ນບຸລິມະສິດແຖວໜ້າໃນບັນຊີລາຍຊື່ການຕ່າງປະເທດຂອງ ຫວຽດນາມ. ທ່ານເລຂາທິການໃຫຍ່ - ປະທານປະເທດ ລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ: ລາວ ຖືເປັນສຳຄັນເປັນພິເສດການພົວພັນ ກັບ ຫວຽດນາມ, ຍາມໃດກໍ່ມານະພະຍາຍາມເພື່ອ ເພີ່ມພູນຄູນສ້າງ ແລະ ນຳການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ສືບຕໍ່ພັດທະນາແບບຍືນຍົງ, ນັບມື້ນັບເຂົ້າສູ່ລວງເລິກ, ທ່ານຢັ້ງຢືນວ່າ ຍາມໃດກໍ່ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດ.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ສືບຕໍ່ເສີມຂະຫຍາຍການພົວພັນດ້ານການເມືອງທີ່ມີຄວາມສະໜິດຕິດພັນລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ, ພ້ອມກັນປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາ, ສືບຕໍ່ສຸມໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໂຄງການຮ່ວມມືລະຫວ່າງສອງພັກ, ສອງລັດ ຢ່າງມີປະສິດທິຜົນ, ສົມທົບກັນຢ່າງແໜ້ນແຟ້ນ, ກະກຽມໃຫ້ແກ່ບັນດາການເຄື່ອນໄຫວຂັ້ນສູງໃຫ້ເປັນຢ່າງດີ ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມືທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຖືວ່ານີ້ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນສອງປະເທດ.

ຕອບກັບ