ເພີ່ມທະວີການຮ່ວມມືສາກົນກ່ຽວກັບຄວາມໝັ້ນຄົງທະເລ

Chia sẻ
(VOVWORLD) - ພາຍຫລັງດຳເນີນມາເປັນເວລາ 2 ວັນ, ກອງປະຊຸມສຳມະນາເວທີປາໄສພາກພື້ນ ອາຊຽນ (ARF) ຄັ້ງທີ 2 ກ່ຽວກັບການປະຕິບັດສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ແລະ ບັນດາເອກະສານນິຕິກຳສາກົນອື່ນໃນການຮັບມືຕໍ່ສິ່ງທ້າທາຍຖືກອັດລົງໃນຕອນບ່າຍວັນທີ 14 ພະຈິກ. 

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນສືບຕໍ່ເນັ້ນໜັກເຖິງບົດບາດສຳຄັນຂອງ UNCLOS 1982 ໃນການຄຸ້ມຄອງການເຄື່ອນໄຫວຂອງບັນດາປະເທດໃນການເດີນເຮືອໃນຕະຫລອດ 25 ປີຜ່ານມາ. ທ່ານ Giorgio Aliberti, ເອກອັກຄະລັດຖະທູດ ອີຢູ ປະຈຳ ຫວຽດນາມ ຢືນຢັນວ່າ:

        “ອີຢູ ໃຫ້ຄຳໝັ້ນສັນຍາກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງກັບພາກພື້ນ ອາຊີ, ສືບຕໍ່ປົກປ້ອງບັນດາຫຼັກການຕົ້ນຕໍທີ່ລະບຸໃນຍຸດທະສາດທົ່ວໂລກຂອງ ອີຢູ ໃນນັ້ນ ຍົກສູງບົດບາດຂອງການຮ່ວມມືຫລາຍຝ່າຍ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ອີງໃສ່ລະບຽບກົດໝາຍຂອງສະຫະປະຊາຊາດ.

        ທ່ານເອກອັກຄະລັດຖະທູດ ອີຢູ ຢັ້ງຢືນວ່າ ຈະສືບຕໍ່ໜູນຊ່ວຍບັນດາວິວັດທະນາການຢ່າງຄົບຖ້ວນ ໂດຍ ອາຊຽນ ນຳໜ້າໃນພາກພື້ນ ແນໃສ່ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ ແລະ ສາກົນໃຫ້ດີກ່ວາອີກ ໂດຍອີງໃສ່ບັນດາຫຼັກການ, ປັບປຸງການຮ່ວມມືຫລາຍຝ່າຍ ໃນຂົງເຂດຄວາມໝັ້ນຄົງທະເລ. ໃນຂອບເຂດກອງປະຊຸມສຳມະນາ, ໃນຕອນບ່າຍວັນທີ 14 ພະຈິກ ໄດ້ດຳເນີນພິທີສະເຫຼີມສະຫຼອງ 25 ປີແຫ່ງວັນ UNCLOS ມີຜົນສັກສິດ.

ຕອບກັບ