ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ໃນວຽກງານຊາວຕ່າງດ້າວ

Chia sẻ
(VOVWORLD) -ວັນທີ 29 ທັນວາ, ຢູ່ທີ່ສຳນັກງານກະຊວງການຕ່າງປະເທດທີ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດລາວ ຕີ່ງສຸກສັນເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ
 ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ໃນວຽກງານຊາວຕ່າງດ້າວ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດລາວ ຕີ່ງສຸກສັນ

     ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ຊົມເຊີຍການພົວພັນຮ່ວມມືລະຫວ່າງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ຄະນະກຳມະການພົວພັນຊາວລາວອາໄສຢູ່ຕ່າງປະເທດ ດ້ວຍບັນດາເນື້ອໃນລະອຽດຄື: ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ, ແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນໃນການວຽກງານ, ໜູນຊ່ວຍການຝຶກອົບຮົມ. ທ່ານລັດຖະມົນຕີ ບຸ່ຍແທງເຊີນສະເໜີໃຫ້ 2 ຄະນະກຳມະການ, ຜ່ານການພົບປະເຈລະຈາ ຈະແລກປ່ຽນຢ່າງເລິກເຊິ່ງ, ຊຸກຍູ້ການຮ່ວມມືໃນທຸກດ້ານຂອງວຽກງານຊາວຕ່າງດ້າວ, ຜ່ານນັ້ນເພີ່ມທະວີການພົວພັນຮ່ວມມືຢ່າງມີປະສິດທິຜົນ ແລະ ແທດຈິງລະຫວ່າງ 2 ປະເທດ ຫວຽດນາມ - ລາວ.

     ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດລາວ ຕີ່ງສຸກສັນ ໄດ້ຕີລາຄາສູງສາຍພົວພັນຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ສະໜິດສະໜົມລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະມໍ່ໆມານີ້ ແລະ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມຫວຽດນາມຄັ້ງນີ້, ຄະນະກຳມະການພົວພັນຊາວລາວອາໄສຢູ່ຕ່າງປະເທດ ຫວັງວ່າ ຈະພ້ອມກັບຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຊຸກຍູ້ການປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ 2 ຝ່າຍຢ່າງມີປະສິດທິຜົນ, ພ້ອມທັງແລກປ່ຽນບົດຮຽນໃນການຄົ້ນຄວ້າ ສ້າງນະໂຍບາຍ ແລະ ກໍ່ສ້າງກົງຈັກສະເພາະກິດ.

ຕອບກັບ