ເຜີຍ​ແຜ່ວັດທະນາທຳ ຫວຽດນາມ ຢູ່ ນະຄອນຫລວງ ວິ​ຊີ​ງຕັນ​ ປະເທດ ອາເມລິກາ

Chia sẻ
(VOVWORLD) -ສະຖານທູດ ຫວຽດນາມປະຈຳ ອາເມລິກາ ຫາກໍ່ເຂົ້າຮ່ວມງານວາງສະແດງສາກົນລະດູໜາວຂອງບັນດາ ສະຖານທູດ ເຊິ່ງໄດ້ດຳເນີນຢູ່ໃຈກາງນະຄອນຫລວງ ວໍຊິງຕັນ. 
ເຜີຍ​ແຜ່ວັດທະນາທຳ ຫວຽດນາມ ຢູ່ ນະຄອນຫລວງ ວິ​ຊີ​ງຕັນ​ ປະເທດ ອາເມລິກາ - ảnh 1ຮ້ານວາງສະແດງຂອງສະຖານທູດ ຫວຽດນາມປະຈຳ ອາເມລິກາ 

ເຂົ້າຮ່ວມງານວາງສະແດງ, ຮ້ານວາງສະແດງຂອງສະຖານທູດ ຫວຽດນາມປະຈຳ ອາເມລິກາ ໄດ້ເຮັດໃຫ້ຜູ້ເຂົ້າຊົມງານວາງສະແດງມີຄວາມປະທັບໃຈຕໍ່ຫວຽດນາມ ທີ່ມີທັງຄວາມພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ເຕັມໄປດ້ວຍຈິດໃຈຄວາມຮັກແພງແຂກຄົນ. ງານວາງສະແດງຂອງສະຖານທູດຫວຽດນາມໄດ້ດຶງດູດເພື່ອນມິດ ອາເມລິກາ ແລະ ສາກົນເຂົ້າຢັຽມຊົມ, ຊອກຮູ້ວັດທະນາທຳ,ການທ່ອງທ່ຽວຫວຽດນາມໂດຍຜ່ານບັນດາຜະລິດຕະພັນສິລະປະຫັດຖະກຳທີ່ເປັນເອກະລັກ.

ນີ້ແມ່ນປີທີ 3 ຢ່າງລຽນຕິດທີ່ ສະຖານທູດ ຫວຽດນາມ ປະຈຳອາເມລິກາເຂົ້າຮ່ວມງານວາງສະແດງສາກົນລະດູໜາວ. ການເຂົ້າຮ່ວມຂອງ ສະຖານທູດ ຫວຽດນາມໄດ້ຮັບການຕີລາຄາສູງຈາກຄະນະຈັດຕັ້ງ, ພິເສດ ຄະນະຈັດຕັ້ງໄດ້ເລືອກເອົາຮູບພາບຮ້ານວາງສະແດງຂອງ ຫວຽດນາມແມ່ນຮູບພາບຕົວແທນໃຫ້ເວັບໄຊກໍຄືຮູບພາບໜ້າປົກໃຫ້ ສື່ສິ່ງພິມແນະນຳກ່ຽວກັບງານວາງສະແດງ. 

ຟ້າມຮວນ - ນັກຂ່າວ VOV ປະຈໍາ ອາເມລິກາ 

ຕອບກັບ